ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນ ເວີນດົນ, ກວາງນິງ

(VOVWORLD) - ຕອນເຊົ້າວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ 3 ໂຄງການຄົມມະນາຄົມທີ່ມີມູນຄ່າກ່ວາ 20.000 ຕື້ດົ່ງຢູ່ແຂວງ ກວາງນິງ 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນ ເວີນດົນ, ກວາງນິງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: TTXVN)

ເຊິ່ງລວມມີທ່າອາກາດສະຍານສາກົນ ເວີນດົນ, ທ່າກ່ຳປັ່ນແຂກທ່ອງທ່ຽວສາກົນ ຮ້າລອງ ແລະ ເສັ້ນທາງດ່ວນ ຮ້າລອງ - ເວີນດົນ. ທັງ 3 ໂຄງການນີ້ ຜັນຂະຫຍາຍຕາມຮູບການຮ່ວມມືພາກລັດ - ພາກເອກະຊົນລະຫວ່າງແຂວງ ກວາງນິງ ແລະ ກຸ່ມບໍລິສັດ Sun Group.

        ທ່າອາກາດສະຍານສາກົນ ເວີນດົນ ມີຍອດເງິນລົງທຶນເກືອບ 7.500 ຕື້ດົ່ງ, ເຊິ່ງຕັ້ງຢູ່ຕາແສງ ດ່ວານເກັດ, ເມືອງ ເວີນດົນ. ນີ້ແມ່ນສະໜາມບິນສາກົນແຫ່ງທຳອິດໂດຍກຸ່ມບໍລິສັດເອກະຊົນ ຫວຽດນາມ ລົງທຶນ.

        ກ່ຽວກັບທ່າກ່ຳປັ່ນແຂກທ່ອງທ່ຽວສາກົນ ຮ້າລອງ, ນີ້ແມ່ນໂຄງການທີ່ມີເງິນລົງທຶນກ່ວາ 1.000 ຕື້ດົ່ງ ເຊິ່ງຕັ້ງຢູ່ ບາຍໄຈ, ນະຄອນ ຮ້າລອງ.

        ໂຄງການທີ 3 ທີ່ເຊື່ອມຕໍ່ສະໜາມບິນ ແລະ ທ່າກ່ຳປັ່ນແມ່ນເສັ້ນທາງດ່ວນ ຮ້າລອງ - ເວີນດົນ ເຊິ່ງມີຍອດເງິນລົງທຶນ 11.857 ຕື້ດົ່ງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງເປີດສະຫຼອງ 3 ໂຄງການສຳຄັນນີ້ ເນື່ອງໃນໂອກາດທ້າຍປີຂອງປີທີ່ປະເທດຊາດຍາດໄດ້ຜົນງານຫລາຍຢ່າງ. ທ່ານກ່າວວ່າ:

ຜ່ານ 3 ໂຄງການລ້ວນແຕ່ມີພາກສ່ວນເອກະຊົນເຂົ້າຮ່ວມການລົງທຶນ ດ້ວຍຂອບຂະໜາດໃຫຍ່, ເລື່ອງທີ 1 ພວກເຮົາໄດ້ເຫັນຈິນຕະນາການ, ຄວາມຮັບຮູ້, ການກຳນົດທິດການພັດທະນາ, ຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດກ່ຽວກັບເລື່ອງມີພາກສ່ວນເອກະຊົນເຂົ້າຮ່ວມການລົງທຶນ. ບໍ່ແມ່ນວ່າ ທ້ອງຖິ່ນໃດກໍ່ສາມາດເຮັດໄດ້ ແລະ ແຂວງ ກວາງນິງ ໄດ້ໝູນໃຊ້ຜັນຂະຫຍາຍບັນດາໂຄງການສຳຄັນ ແລະ ມີຄວາມໝາຍນີ້ໄດ້, ຊ້ຳບໍ່ໜຳຍັງມີບັນດາໂຄງການທຳອິດຄືສະໜາມບິນ. ຂ້າພະເຈົ້າຊົມເຊີຍບັນດາການນຳຫລາຍທ້ອງຖິ່ນທີ່ໄດ້ມາຢ້ຽມຢາມ, ຄົ້ນຄວ້າຮູບແບບການພັດທະນາ ເພື່ອນຳໄປທະວີຄູນຢູ່ທ້ອງຖິ່ນຂອງຕົນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຍ້ອງຍໍກຸ່ມບໍລິສັດ Sun Group ໃນການຍູ້ແຮງລົງທຶນເຂົ້າໃນບັນດາໂຄງການທີ່ມີຄວາມໝາຍຢູ່ຫລາຍແຫ່ງໃນທົ່ວປະເທດ, ຊຸກຍູ້ການພັດທະນາຢູ່ບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ