ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ Standard Chartered 2020

(VOVWORLD) -ຕອນບ່າຍວັນທີ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ເວທີປາໄສການດຳເນີນທຸລະກິດ ອາຊຽນ Standard Chartered 2020 ດ້ວຍຫົວຂໍ້ວ່າ “ຂຸດຄົ້ນຄວາມສາມາດບົ່ມຊ້ອນ ອາຊຽນ” ຢູ່ 22 ສະຖານທີ່ຖ່າຍທອດສົດ. 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ Standard Chartered 2020 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສການດຳເນີນທຸລະກິດ ອາຊຽນ

(ພາບ: VGP)

ກ່າວຄຳເຫັນໄຂວາລະປະຊຸມທຳອິດດ້ວຍຫົວຂໍ້ທີ່ວ່າ “ຂຸດຄົ້ນກາລະໂອກາດການເຕີບໂຕໃນຊ່ວງເວລາເກີດໂລກລະບາດ ແລະ ຫຼັງໂລກລະບາດ Covid - 19” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 25 ສິງຫາ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ຕໍ່ໜ້າຄວາມຫຍຸ້ງຍາກຂອງໂລກ ແລະ ອາຊຽນຍ້ອນໂລກລະບາດ Covid - 19, ປະຊາຄົມອາຊຽນ ໄດ້ມີຄວາມໝັ້ນໃຈສະແດງໃຫ້ເຫັນຄຸນນະທາດຢ່າງແຮງ, ຄວາມມານະພະຍາຍາມ ແລະ ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງເປັນເຈົ້າການໃນການຮ່ວມມືກັບບັນດາຄູ່ຮ່ວມມື. ມຸ່ງໄປສູ່ວິໄສທັດອາຊຽນ 2025 ແລະ 2030, ບັນດາປະເທດອາຊຽນສືບຕໍ່ສາມັກຄີ, ເປັນເອກະພາບ, ຮັກສາສະຖຽນລະພາບ, ຢັ້ງຢືນ ແລະ ຊຸກຍູ້ບົດບາດເປັນໃຈກາງ ຂອງອາຊຽນ ໃນການຮ່ວມມືເສດຖະກິດໃນພາກພື້ນ ແລະ ບຸລິມະສິດການຮ່ວມມືກັບບັນ ນັບແຕ່ເວລາເຂົ້າຮ່ວມອາຊຽນມາກ່ອນນີ້ 25 ປີ, ມາຮອດປັດຈຸບັນ ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ 13 ສະບັບ ລວມມີບັນດາສັນຍາໃຫຍ່ຄື: ສັນຍາ CPTPP (ປີ 2019), ສັນຍາ EVFTA (ປີ 2020).

ຕອບກັບ

ຂ່າວ/ບົດ​ອື່ນ