ທ່ານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ

(VOVWORLD) - ເຖິງວ່າວົງເງິນການຄ້າສອງປະເທດໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະທີ່ຜ່ານມາກໍ່ຕາມ, ແຕ່ຕົວເລກກ່ວາ 200 ລ້ານ USD ໃນປີ 2018, ຍັງເປັນຕົວເລກຕ່ຳຫຼາຍເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງທັງສອງປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ - ảnh 1ທ່ານນາຍກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP/ກວາງຮຽວ) 

ຕອນບ່າຍວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຣູມານີ, ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຣູມານີ ສົມທົບກັນຈັັດຕັ້ງ. ເຂົ້າຮ່ວມເວທີປາໄສດັ່ງກ່າວມີການນຳບາງກະຊວງ, ຂະແໜງການຂອງສອງປະເທດ, ມີວິສາຫະກິດປະມານເກືອບ 100 ແຫ່ງຂອງສອງຝ່າຍ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າການເຈລະຈາລະຫວ່າງທ່ານກັບທ່ານນາງນາຍົກລັດຖະມົນຕີ ຣູມານີ ບັນລຸໄດ້ຜົນສຳເລັດທີ່ດີທີ່ສຸດ, ເປີດກ້ວາງຂອບເຂດໃໝ່ໃນການຮ່ວມມືຂອງວິສາຫະກິດສອງປະເທດ. ເຖິງວ່າວົງເງິນການຄ້າສອງປະເທດໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະທີ່ຜ່ານມາກໍ່ຕາມ, ແຕ່ຕົວເລກກ່ວາ 200 ລ້ານ USD ໃນປີ 2018, ຍັງເປັນຕົວເລກຕ່ຳຫຼາຍເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງທັງສອງປະເທດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ວິສາຫະກິດສອງປະເທດຊຸກຍູ້ການຮ່ວມມືໃນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳ, ສິນທະເລ, ການກະເສດຂອງ ຫວຽດນາມ ໄປຍັງຕະຫຼາດ ຣູມານີ້ ແລະ ກົງກັນຂ້າມ. ທ່ານນາຍົກລັດຖະມົນຕີຖືວ່າ: ບັນດາວິສາຫະກິດ ຣູມານີ ເຂົ້າມາລົງທຶນຢູ່ ຫວຽດນາມ ບໍ່ພຽງແຕ່ແມ່ນຄວາມດູດດຶ່ມຂອງຕະຫຼາດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຕະຫຼາດ ຂອງ ອາຊຽນ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ