ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ປະຈໍາເດືອນ ມີນາ ຂອງ ລັດຖະບານ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ ຂອງ ລັດຖະບານ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ  ປະຈໍາເດືອນ ມີນາ ຂອງ ລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ ຂອງ ລັດຖະບານ (ພາບ: chinhphu.vn)

 ຕອນເຊົ້າວັນທີ 2 ເມສາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ ຂອງ ລັດຖະບານ. ໃນໄຕມາດ 1 ປີ 2019, ເສດຖະກິດ-ສັງຄົມຂອງຫວຽດນາມ ບັນລຸໝາກຜົນຢ່າງຕັ້ງໜ້າ. ໃນນັ້ນ, GDP ຂອງໄຕມາດ 1 ແມ່ນເພີ່ມຂຶ້ນພໍສົມຄວນ ເຊິ່ງບັນລຸ 6,79%; ເສດຖະກິດມະຫາພາກເປັນປົກກະຕິ; ດັດສະນີລາຄາໃຊ້ສອຍໃນເດືອນ ມີນາ ຫຼຸດລົງ 0,21%, ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນເກືອບ 31%, ຈໍານວນວິສາຫະກິດສ້າງຕັ້ງໃໝ່ບັນລຸຫຼາຍກວ່າ 28,4 ພັນແຫ່ງ ໂດຍເພີ່ມຂຶ້ນທັງດ້ານຈໍານວນວິສາຫະກິດ ແລະ ຈໍານວນທຶນ. ກ່າວຄໍາເຫັນໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:      “ພວກເຮົາຕ້ອງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອບັນລຸ ແລະ ລື່ນກາຍຄາດໝາຍຂອງປີ 2019. ປີນີ້ ແມ່ນປີທີ່ພວກເຮົາປະຕິບັດຢ່າງກະໂດດຂັ້ນ. ລະດັບການເຕີບໂຕໃນໄຕມາດ 1 ຂອງປີ 2019 ເຖິງວ່າສູງກໍຕາມ ແຕ່ຍັງຕໍ່າກວ່າ ໄຕມາດ 1 ຂອງປີ 2018 ແລະ ການເຕີບໂຕໃນປີນີ້ ແມ່ນສິ່ງທ້າທາຍໜຶ່ງ ເພາະວ່າ ການເຕີບໂຕຂອງເສດຖະກິດໂລກພວມມີທ່າອ່ຽງຫຼຸດລົງ”.

ຕອບກັບ

ຂ່າວ/ບົດ​ອື່ນ