ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ໜູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວທີ່ສູນເສຍເຮືອນຊານຈາກໄພທຳມະຊາດ

(VOVWORLD) -ຕອນເຊົ້າວັນທີ 23 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຮ່ວມກັບການນຳບາງກະຊວງ, ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງກັບການໜູນຊ່ວຍ ເຮືອນຢູ່ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກພາຍຸ ແລະ ດິນເຊາະເຈື່ອນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ໜູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວທີ່ສູນເສຍເຮືອນຊານຈາກໄພທຳມະຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄໍາເຫັນທີ່ກອງປະຊຸມ

(ພາບ:Quang Hieu/VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງແຜນນະໂຍບາຍຂອງລັດ ແມ່ນບໍ່ປະໃຫ້ປະຊາຊົນຜູ້ໃດບໍ່ມີບ່ອນກິນ, ບ່ອນຢູ່ຍ້ອນໄພທຳມະຊາດ. ດັ່ງນັ້ນກອງປະຊຸມຄັ້ງນີ້ ແນໃສ່ຊອກຫາມາດຕະການໜູນຊ່ວຍຮີບດ່ວນ, ສະເພາະໜ້າ ສຳລັບບັນດາຄອບຄົວທີ່ກຳລັງສູນເສຍເຮືອນຊານ ແລະ ຕ້ອງອາໄສຢູ່ທີ່ພັກຊົ່ວຄາວທີ່ເປັນແຄ້ມຜ້າຢາງ. ນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການສະເໜີບັນດາແຫຼ່ງກຳລັງໜູນຊ່ວຍ, ລະດັບການໜູນຊ່ວຍຕ້ອງອີງໃສ່ລະບຽບການຕົວຈິງ. ການໜູນຊ່ວຍຕ້ອງຮັບປະກັນໃຫ້ທັນເວລາ ແລະ ຊັດເຈນໃຫ້ແກ່ເປົ້າໝາຍ, ຮັບປະກັນວ່າບັນດາຄອບຄົວຈະໄດ້ຮັບການໜູນຊ່ວຍທີ່ໃຫ້ມີຊີວິດການເປັນຢູ່ທີ່ໝັ້ນຄົງ ແລະ ຍາວນານ.ທ່ານກ່າວວ່າ:

“ສູນກາງ ແລະ ພິເສດແມ່ນບັນດາທ້ອງຖິ່ນຄວນສຸມໃສ່, ວາງມາດຕະການ ຢ່າງຮີບ ດ່ວນເພື່ອໜູນເຫຼືອໃຫ້ປະຊາຊົນຜູ້ຖືກສູນເສຍເຮືອນຊານບ້ານຊ່ອງ ຍ້ອນໄພນໍ້າຖ້ວມ, ດິນເຊາະເຈື່ອນ ທີ່ເກີດຂຶ້ນໃນໄລຍະຜ່ານມາ ເພື່ອແກ້ໄຂສະພາບການ 5592 ຄອບຄົວ ບໍ່ມີບ່ອນຢູ່່ ຫຼື ຕ້ອງອາໄສບ່ອນຊົ່ວຄາວທີ່ເປັນແຄ້ມຜ້າຢາງ. ນີ້ແມ່ນແຜນນະໂຍບາຍຄວນເອົາໃຈໃສ່ແກ້ໄຂເປັນພິເສດ ດ້ວຍຫຼາຍແຫຼ່ງກໍາລັງຈາກສັງຄົມ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ເຖິງເລື່ອງປະຊາຊົນຈະຢູ່ຄືແນວໃດ, ແກ້ໄຂເນື້ອທີ່ນາໄຮ່ຮົ້ວສວນທີ່ຖືກຜົນສະທ້ອນຈາກໄພທໍາມະຊາດ,  ການປິ່ນປົວພະຍາດ ແລະ ການສັນຈອນໄປມາຂອງປະຊາຊົນໃຫ້ໄວສຸດເທົ່າທີ່ເຮັດໄດ້ ເພື່ອໃຫ້ປະຊາຊົນກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ”. 

ແຕ່ຕົ້ນປີມາຮອດປັດຈຸບັນນີ້, ຫວຽດນາມໄດ້ຖືກພາຍຸພັດຜ່ານ ແລະ ດິນເຊາະເຈື່ອນເຖິງ 12 ເທື່ອ, ເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ, ຫາຍສາບສູນ 14 ຄົນ, ສ້າງຄວາມເສຍຫາຍເຖິງ 1000 ຕື້ດົ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ