ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປ້ອງກັນ, ສະກັດກັ້ນໂຄວິດ-19

(VOVWORLD) -  ຕອນເຊົ້າວັນທີ 15 ພຶດສະພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານທາງອອນລາຍ ເພື່ອປຶກສາຫາລືມາດຕະການສືບຕໍ່ປ້ອງກັນ, ສະກັດກັ້ນໂຄວິດ-19. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປ້ອງກັນ, ສະກັດກັ້ນໂຄວິດ-19 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປ້ອງກັນ, ສະກັດກັ້ນໂຄວິດ-19 (ພາບ: VGP)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ແລະ ເກືອບ 1 ເດືອນແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ລັດຖະບານກໍໄດ້ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບບັນດາວິສາຫະກິດ ແນໃສ່ສົ່ງເສີມ, ປຸກລະດົມ ແລະ ແກ້ໄຂຄວາມຫຍຸ້ງຍາກ ເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ແກ້ໄຂວຽກເຮັດງານທຳ. ໄປຄຽງຄູ່ກັນນັ້ນ, ວຽກງານຮັບປະກັນຊີວິດສັງຄົມກໍ່ໄດ້ຮັບການປະຕິບັດເປັນຢ່າງດີ ແລະ ພວມສືບຕໍ່ຜັນຂະຫຍາຍ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາສະມາຊິກຄະນະປະຈຳລັດຖະບານ ຈົ່ງປຶກສາຫາລືກ່ຽວກັບເລື່ອງຊາວ ຫວຽດນາມ ທີ່ກັບມາຈາກຕ່າງປະເທດ ແລະ ກວດພົບຫລາຍກໍລະນີຕິດເຊື້ອໂຄວິດ-19. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຖືວ່າ: ຄວນມີມາດຕະການທັງປະຕິບັດໄດ້ແຜນນະໂຍບາຍທີ່ມີລັກສະນະວັດທະນະທຳມະນຸດຂອງພັກ, ລັດ ທັງສະກັດກັ້ນການຕິດແປດເຊື້ອໃໝ່ຈາກພາຍນອກຢ່າງມີປະສິດທິຜົນ, ເໝາະສົມກັບເງື່ອນໄຂພາຍໃນປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ.

“ດ້ວຍສະພາບການນັ້ນ, ພາຍຫຼັງພິຈາລະນາຄຳເຫັນຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ອາດເວົ້າໄດ້ວ່າ ພວກເຮົາບໍ່ມີກໍລະນີຕິດໂລກລະບາດໃນຊຸມຊົນເປັນເວລາເກືອບ 1 ເດືອນແລ້ວ. ນີ້ແມ່ນຂ່າວດີສຳລັບພັກ, ລັດ ແລະ ປະຊາຊົນຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອດຶງດູດການລົງທຶນພັດທະນາປະເທດຊາດ, ໃນຂະນະທີ່ີຫຼາຍປະເທດຍັງບໍ່ທັນຫຼຸດພົ້ນອອກຈາກສະພາບຕິດແປດ, ແຜ່ລະບາດໃນວົງກວ້າງ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກເຖິງເລື່ອງລັດຖະບານຕັດສິນໃຈບໍລິຫານ ເພື່ອປະຕິບັດເປົ້າໝາຍການເຕີບໂຕໃຫ້ໄດ້ໃນລະດັບສູງສຸດ ແລະ ບໍ່ປະໃຫ້ພື້ນຖານເສດຖະກິດຊຸດໂຊມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກະກຽມເງື່ອນໄຂ ເພື່ອຮັບເອົາກະແສເງິນລົງທຶນໃໝ່ເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ