ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍ


(vovworld) - ​ ຕອນ​ບ່າຍ​ວັນ​ທີ 11/04, ​ໂດຍພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ, ລັດຖະບານ​ໄດ້​ດຳ​ເນີນ​ກອງປະຊຸມ​ຫົວ​ເລືອງ​, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ໜູນ​ຊ່ວຍສ້າງ​ໂຄງ​ປະກອບ​ບັນດາ​ອົງການສິນ​ເຊື່ອຄືນ​ໃໝ່​ ​ແລະ ​ແກ້​ໄຂ​ໜີ້​ເສຍ ພ້ອມ​ກັບວິທີ​ການສະ​ເໜີ​ປັບປຸງ, ​ເພີ່ມ​ເຕີ່​ມ ບັນດາ​ກົດໝາຍທີ່​ກ່ຽວຂ້ອງ​ເຖິງ​ກົດໝາຍ​ວ່າ​ດ້ວຍ​ການວາງ​ແຜ​ນກຳນົດ. ນີ້​ແມ່ນ​ບັນດາ​ຮ່າງ​ກົດ​ໝາຍຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​​ໄໝສາມັນ​ຄັ້ງ​ທີຈະ​ມາ​ເຖິງ. ພາຍ ຫລັງ​ໄດ້​ຮັບ​ຟັງ​ຄຳ​ເຫັນຂອງ​ບັນດາ​ສະມາຊິກ​ລັດຖະບານ, ຜູ້​ຕ່າງ​ໜ້າບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ຖື​ວ່າ: ​ເລື່ອງ​ສ້າງບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບບັນດາ​ອົງການ​ສິນ​ເຊື່ອຄືນ​ໃໝ່ ​ແລະ ​ແກ້​ໄຂ​ໜີ້​ເສຍ​ໃຫ້​ສົມບູນ​ແບບ ​ແມ່ນ​ຈຳ​ເປັນ ​ແລະ ຮີບ​ດ່ວນ ຖ້າ​ຫາກຊັກ​ຊ້າ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ວິວັດ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ເຫັນ​ດີ​ສ້າງ​ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ແກ້​ໄຂ​ໜີ​ເສຍ​ ​ແລະ ຮ່າງກົດໝາຍປັບປຸງ​ເພີ່ມ​ເຕີ່​ມບາງ​ມາດຕາຂອງ​ກົດໝາຍ​ວ່າ​ດ້ວຍ​ບັນດາ​ອົງການ​ສິນ​ເຊື່ອ, ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ