ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມ ACMECS 8 ແລະ CLMV 9

(VOVWORLD) -  ຕອນບ່າຍວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ...
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມ ACMECS 8 ແລະ CLMV 9 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ

ເວລາ 14 ໂມງຕອນບ່າຍວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມໄປຮອດສະໜາມບິນການທະຫານ ບາງກອກ, ປະເທດໄທ, ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9.

        ຕອນບ່າຍວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງທະນາຄານກະສິກອນກັບ ກົມພັດທະນາວິສາຫະກິດ - ກະຊວງແຜນການ ແລະ ການລົງທຶນ; ພົບປະກັບວິສາຫະກິດໜຸ່ມຂອງ ໄທ ຈຳນວນໜຶ່ງ.

        ໃນວັນທີ 16 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ACMECS 8. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີຈະເຂົ້າຮ່ວມກອງປະຊຸມສຸດຍອດ CLMV 9. ນອກຈາກນັ້ນ, ທ່ານກໍ່ຈະພົບປະກັບການນຳບາງປະເທດເຂົ້າຮ່ວມ2 ກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ