ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ແທັງຮວ໊າ

(VOVWORLD) -ໂດຍແມ່ນທ້ອງຖິ່ນທີ່ມີເນື້ອທີ່ໃຫຍ່່ອັນດັບທີ 3 ໃນທົ່ວປະເທດ, ທາງແຂວງຕ້ອງເອົາໃຈໃສ່ເຖິງການປົກປັກຮັກສາສະພາບແວດລ້ອມເພື່ອພັດທະນາ, ໂດຍສະເພາະແມ່ນເຂດທາງທິດຕາເວັນຕົກ ຂອງແຂວງ ແທັງຮວ໊າ. 

ຕອນເຊົ້າວັນທີ 23 ທັນວາ, ຢູ່ ແຂວງແທັງຮວ໊າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຮ່ວມກັບການນໍາບາງກະຊວງ, ຂະແໜງການ ໃນການເຮັດວຽກກັບການນໍາຫຼັກແຫຼ່ງແຂວງແທັງຮວ໊າ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃນບໍລິເວນ. ເຂົ້າຮ່ວມການເຮັດວຽກ ຍັງມີ ທ່ານ ຟ້າມມິງຈິ໊ງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ແທັງຮວ໊າ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກ (ພາບ: VOV)

        ກ່າວຄໍາເຫັນສະຫຼຸບການເຮັດວຽກ, ຫວນຄືນ ໄລຍະ 3 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີີລາຄາສູງຕໍ່ບັນດາໝາກຜົນດ້ານເສດຖະກິດ - ສັງຄົມ ທີ່ເປັນໜ້າຊື່ນຊົມ ແລະ ຮອບດ້ານພໍສົມຄວນ ເຊິ່ງແຂວງບັນລຸໄດ້, ທ່າອ່ຽງພັດທະນາຂອງແຂວງແທັງຮວ໊າ ນັບມື້ນັບດີຂຶ້ນກວ່າເກົ່າ. ໃນນັ້ນ ກໍາລັງການຜະລິດ, ຂອບຂະໜາດທໍາການຜະລິດເພີ່ມຂຶ້ນຢ່າງແຮງ. ທາງແຂວງໄດ້ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ ເພື່ອຍົກສູງສະມັດຕະພາບ ແລະ ຜັນປ່ຽນໂຄງປະກອບແຮງງານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນໍາວ່າ ໃນໄລຍະຈະມາເຖິງ ແຂວງແທັງຮວ໊າ ຕ້ອງບືນຕົວຂຶ້ນຢ່າງແຮງ, ທ່ານກ່າວວ່າ:

        “ໜ້າທີ່, ມາດຕະການ ສໍາຄັນທີ່ສຸດສໍາລັບແຂວງ ແທັງຮວ໊າ ແມ່ນສາມັກຄີ, ເຫັນດີເປັນເອກະພາບ ເພື່ອພາລະກິດຂອງອົງຄະນະພັກ, ຂອງປະຊາຊົນແຂວງແທັງຮວ໊າ. ການພັດທະນາຂອງປະຊາຊົນແທັງຮວ໊າ ຕ້ອງກ້າວຂຶ້ນດ້ວຍຕົນເອງອີກບາດກ້າວໜຶ່ງ, ຫັນປະເທດປະເປັນອຸດສາຫະກໍາ ແລະ ທັນສະໄໝ...”

        ບໍ່ມີພຽງແຕ່ເທົ້ານັ້ນ ທ່ານນາຍົກລັດຖະມົນຕີ ຍັງຊີ້ນໍາວ່າ ແຂວງ ແທັງຮວ໊າ ຄວນຊຸກຍູ້ການລົງທຶນເຂົ້າພື້ນຖານໂຄງລ່າງທີ່ສໍາຄັນ ຢ່າງແຂງແຮງ, ນັບທັງເສັ້ນທາງລົດໄຟ, ທາງອາກາດ ແລະ ຄົ້ນຄວ້າກໍ່ສ້າງເຂດຕົວເມືອງສະໜາມບິນ. ໂດຍແມ່ນທ້ອງຖິ່ນທີ່ມີເນື້ອທີ່ໃຫຍ່່ອັນດັບທີ 3 ໃນທົ່ວປະເທດ, ທາງແຂວງຕ້ອງເອົາໃຈໃສ່ເຖິງການປົກປັກຮັກສາສະພາບແວດລ້ອມເພື່ອພັດທະນາ, ໂດຍສະເພາະແມ່ນເຂດທາງທິດຕາເວັນຕົກ ຂອງແຂວງ ແທັງຮວ໊າ. ເພື່ອປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປັດໄຈຕັດສິນ ແມ່ນບຸກຄະລາກອນ ໂດຍສະເພາະ ແຂວງແທັງຮວ໊າ ມີຊາວຜູ້ອອກແຮງງານເຖິງ 2 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ