ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາແຂວງຕຽນຢາງ

(VOVWORLD) -ຕອນບ່າຍວັນທີ 9 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຮ່ວມກັບການນໍາບາງກະຊວງ, ຂະແໜງການ ເຮັດວຽກກັບການນໍາຫຼັກແຫຼ່ງຂອງແຂວງຕຽນຢາງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນໍາແຂວງຕຽນຢາງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ:vov.vn)

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ການນໍາແຂວງຕຽນຢາງ ຄວນເຫັນແຈ້ງທີ່ຕັ້ງສໍາຄັນຂອງແຂວງສໍາລັບການພັດທະນາຂອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເພື່ອສາມັກຄີກັນ, ຕັດສິນນໍາແຂວງຕຽນຢາງບືນຕົວຂຶ້ນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍໄດ້ຮຽກຮ້ອງໃຫ້ການນໍາແຂວງ ຄວນເອົາໃຈໃສ່ເຖິງການສຶກສາ, ຖືການສຶກສາ ເປັນປັດໄຈຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງຂອງແຂວງຕຽນຢາງ. ມີແຜນນະໂຍບາຍລະອຽດ ເພື່ອເຊື່ອມໂຍງເຂົ້າກັບຂະບວນແຫ່ງການປະຕິວັດອຸດສະຫະກໍາ 4.0. ມີວິທີການລະອຽດ ເພື່ອສະກັດກັ້ນການປ່ຽນແປງຂອງດິນຟ້າອາກາດ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງຕຽນຢາງ.


 

ຕອບກັບ

ຂ່າວ/ບົດ​ອື່ນ