ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກລະຫວ່າງລັດຖະບານກັບ ສະຫະພັນໃຫຍ່ແຮງງານຫວຽດນາມ, ເພື່ອແນໃສ່ຕີລາຄາລະບຽບການ ສົມທົບໃນວຽກງານສົມທົບໃນໄລຍະຜ່ານມາ ແລະ ປືກສາຫາລືຈຸດສຸມຂອງວຽກງານການສົມທົບໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ

(ພາບ: vov)

ເມື່ອສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການເຄື່ອນໄຫວຂອງ ສະຫະພັນໃຫຍ່ແຮງງານຫວຽດນາມ ແລະອົງການກໍາມະບານຂັ້ນຕ່າງໆ, ເຊິ່ງໄດ້ປະກອບສ່ວນເຮັດໃຫ້ນໍ້າໃຈຂອງສະມາຊິກຊາວໜຸ່ມ, ຜູ້ອອກແຮງງານມີຄວາມພາກພູມໃຈ, ເຫັນດີເຫັນພ້ອມ, ສະໜັບສະໜູນການປ່ຽນແປງໃໝ່ ແລະຂ້ຽວຂາດຂອງພັກ, ລັດ ໃນການນໍາພາ, ບໍລິຫານການພັດທະນາເສດຖະກິດ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສໍາລັບວຽກງານສົມທົບໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະຫະພັນໃຫຍ່ແຮງງານຫວຽດນາມສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອດໍາເນີນກອງປະຊຸມໃຫຍ່ກໍາມະບານ ຂັ້ນຕ່າງໆ ໃຫ້ເປັນຢ່າງດີ ທັງທາງດ້ານເນື້ອໃນ, ຮູບແບບ ແລະ ບຸກຄະລາກອນ, ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        “ສົມທົບກັນປະຕິບັດໃຫ້ໄວກວ່າອີກ ເພື່ອຈັດຕັ້ງບັນດາກົນໄກຂອງກໍາມະບານໃຫ້ເປັນຢ່າງດີ, ກ່ອນອື່ນໝົດ ແມ່ນເລື່ອງເຮືອນຢູ່ໃຫ້ແກ່ກໍາມະກອນ. ເຮັດແນວໃດ ເພື່ອໃຫ້ກໍາມະກອນໄດ້ຊົມໃຊ້ໄຟຟ້າດ້ວຍລາຄາຕໍ່າສຸດ. ຍົກສູງລະດັບຄວາມຮູ້ໃຫ້ແກ່ກໍາມະກອນຕໍ່ໜ້າສະພາບການທີ່ສັບສົນນີ້. ຂະແໜງການຂັ້ນຕ່າງໆ ຕ້ອງມີລາຍການເຄື່ອນໄຫວເພື່ອຮັບໃຊ້ໃຫ້ແກ່ກໍາມະກອນ” 

ຕອບກັບ

ຂ່າວ/ບົດ​ອື່ນ