ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ໜ່ວຍທີ່ປຶກສາ ຄວນສະເໜີວິທີການເພື່ອໃຫ້ເສດຖະກິດຂອງປີ 2019 ສືບຕໍ່ໄດ້ຮັກສາທ່າເຕີບໂຕສູງຄື ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ

ວັນທີ 22 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ໜ່ວຍທີ່ປຶກສາ ຄວນສະເໜີວິທີການເພື່ອໃຫ້ເສດຖະກິດຂອງປີ 2019 ສືບຕໍ່ໄດ້ຮັກສາທ່າເຕີບໂຕສູງຄື ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ. ພິເສດແມ່ນສະເໜີວິທີການປະຕິບັດໃນໄລຍະຍາວ, ເພື່ອໃຫ້ ຫວຽດນາມ ຫຼີກເວັ້ນຈາກການຕົກບ້ວງລາຍຮັບປານກາງ ແລະ ກາຍເປັນປະເທດມີລະດັບລາຍຮັບປານກາງສູງ.

        ກ່ອນອື່ນໝົດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ໜ່ວຍທີ່ປຶກສາສະເໜີວິທີການເພື່ອໃຫ້ປີ 2019 ມີການເຕີບໂຕດ້ານເສດຖະກິດຂອງປະເທດຊາດບັນລຸປະມານ 7% ແຕ່ຍັງຮັກສາໄດ້ສະຖຽນລະພາບດ້ານມະຫາພາກ. ພ້ອມກັບການຍົກອອກບັນດາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າບັນດານັກເສດຖະກິດສະເໜີມາດຕະການເພື່ອໃຫ້ ຫວຽດນາມ ຫຼີກເວັ້ນຈາກການຕົກບ້ວງລາຍຮັບປານກາງ, ຕົກບ້ວງແຮງງານລາຄາຕ່ຳ… ພິເສດແມ່ນໃນສະພາບການການປະຕິວັດອຸດສາຫະກຳ 4.0 ພວມແຜ່ຂະຫຍາຍ, ຄວນມີບາດກ້າວເດີນທີ່ເໝາະສົມ ແລະ ມີປະສິດທິຜົນ.

        ກ່ຽວກັບມາດຕະການໄລຍະຍາວ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍໜ່ວຍທີ່ປຶກສາໄດ້ເປັນເຈົ້າການໃນການສົມທົບກັບບາງອົງການຄົ້ນຄ້ວາຫົວເລື່ອງຮູບແບບການເຕີບໂຕເສດຖະກິດ ຫວຽດນາມ ໄລຍະ 2021 – 2030 ເພື່ອໃຫ້ຄຳປຶກສາແກ່ລັດຖະບານ, ນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ