ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຕວຽນກວາງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຕວຽນກວາງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຕວຽນ​ກວາງ

(vovworld) - ​ຕອນ​ບ່າຍ​ວັນ​ທີ 26/02 ຢູ່​ນະ​ຄອນ ຕວຽນ​ກວາງ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຕວຽນ​ກວາງ ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ, ສັງຄົມ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ປະກອບ​​ຄຳ​ເຫັນ ​ເພື່ອ​ຊ່ວຍ​ແຂວງ ຕວຽນ​ກວາງ ມີ​ທິດ​ທາງພັດທະນາ​ຢ່າງ​ຈະ​ແຈ້ງ, ວ່ອງ​ໄວ ​ແລະ ໝັ້ນຄົງ. ​ໃນ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຈາະ​ຈິ້ມການ​ພັດທະນາ​ປ່າ​ໄມ້, ​ເສດຖະກິດປ່າ​ໄມ້​ແມ່ນ​ທິດ​ທາງ​ພັດທະນາ​ໃຫ້​ແຂ​ວງ ຕວຽນ​ກວາງ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນບ່າຍວັນ​ດຽວ​ກັນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ​ໂຮງງານ​​ຕັດຫຍິບ ຕວຽນ​ກວາງ, ​ໂຮງງານ​ໂດຍ​ກຸ່ມ​ບໍລິສັດ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ ລົງທຶນ​ເຄື່ອນ​ໄຫວ​ນັບ​ແຕ່​ທ້າຍ​ປີ 2016. ທ່ານ​ນາຍົກລັດຖະມົນຕີຍ້ອງຍໍ​ການ​ນຳ​ໂຮງງານ ​ແລະ ກຸ່ມ​ບໍລິສັດ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ ພາຍຫລັງ​​ນຳເຂົ້າເຄື່ອນ​ໄຫວ​​ໄລຍະ​ສັ້ນ ມີ​ຜະ​ລິດ​ຕະພັນ​​ສົ່ງ​ອອກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ