ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຮ່ານາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຮ່ານາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 18/03 ຢູ່​ເຂດ​ອຸດສາຫະກຳ ດົ່ງ​ວັນ, ​ແຂວງ ຮ່າ​ນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຢ້ຽມຢາມ​ເຕັກ​ໂນ​ໂລ​ຢີຜະລິດ​ໄຟຟ້າຈາກ​ການ​ກຳຈັດ​ຂີ້​ເຫຍື່ອ. ນີ້​ແມ່ນ​ເຕັກ​ໂນ​ໂລ​ຢີຫັນ​ຂີ້​ເຫຍື່ອ​​ເປັນ​ພະລັງງານ​ໄຟຟ້າ​ທຳ​ອິດ ​ໂດຍບັນດາ​ນັກວິ​ທະ​ຍາ​ສາດ ຫວຽດນາມ ຄົ້ນ​ຄວ້າ ​ແລະ ໝູນ​ໃຊ້​ສຳ​ເລັດ​ຜົນ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ການ​ນຳບັນດາ​ກະຊວງ, ຂະ​ແໜງ​ການ​ຕີ​ລາຄາ​ຄຸນ​ນະ​ພາບ​ເຕັກ​ໂນ​ໂລ​ຢີຂອງ​ບໍລິສັດ​ເຄື່ອງ Hydraulic ​ຈຳກັດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ​ເຕັກ​ໂນ​ໂລ​ຢີນີ້ ​ແມ່ນ​ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ໝູນ​ໃຊ້​ຢູ່ ຫວຽດນາມ. ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕ້ອງ​ສ້າງ​ທຸກ​ເງື່ອນ​ໄຂ​ໜູນ​ຊ່ວຍ​ໃຫ້​ບໍລິສັດປະຕິບັດ​ທົດ​ລອງ​ເຕັກ​ໂນ​ໂລ​ຢີສຳ​ເລັດ​ຜົນ, ປະກອບສ່ວນ​ຫລຸດຜ່ອນມົນ​ລະ​ພິດ​ສິ່ງ​ແວດ​ລ້​​ອມ ​ແລະ ພັດທະນາ​ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ