ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາຈັດງານລ້ຽງຄະນະທູຕານຸທູດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາຈັດງານລ້ຽງຄະນະທູຕານຸທູດ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ
ຈັດງານລ້ຽງຄະນະທູຕານຸທູດ


(vovworld) – ​ ຕອນ​ຄ່ຳ​ວັນ​ທີ 23/01 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ແລະ ພັນລະ​ຍາ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ລ້ຽງ​ຄະນະ​ທູຕານຸທູດ ​ເນື່ອງ​​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ​ໂດຍ​ຫ້ອງ​ວ່າການລັດຖະບານ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ພອນ​ອັນ​ປະ​ເສີດ​ຄວາມສະໜິດສະໜົມ ​ແລະ ຄຳ​ອວຍພອນ​ປີ​ໃໝ່​ປີ​ລະກາມາ​ຍັງ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ, ​ເພື່ອນ​ມິດສາ​ກົນ, ຜູ້​ທີ່ສະໜິດ​ຕິດ​ພັນ​ກັບ ຫວຽດນາມ. ທ່ານ​ນາຍົກ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ ຫວຽດນາມ ຢຶດໝັ້ນ ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ປະກອບສ່ວນ​ພ້ອມ​ກັບ​ປະຊາ​ຄົມ​ສາກົນ​ສ້າງ​ໂລກ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ​ຫາ​ກໍ່​ກັບ​ມາ​ຈາກ​ເວທີ​ປາ​ໄສ​ເສດຖະກິດ​ໂລກ WEF 2017 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງຄື: ກ່າວ​ປາ​ໄສ, ປຶກສາ​ຫາລື​ຢູ່​ບັນດາ​ເວທີ​ປາ​ໄສ, ພົບ​ປະ​ກັບ​ປະມຸກ​ລັດ, ບັນດາ​ການ​ນຳ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ​ແລະ ​ເຫັນ​ວ່າ ຄາດ​ຄະ​ເນ​ ​ລວ​ມຂອງ​ປີ 2017 ນັ້ນ ​ແມ່ນຄວາມ​ປະ​ເອີ​ບ​ໃຈ​ຂອງ​ວິວັດ​ການ​ຟື້ນ​ຟູ​​ໃນ​ທົ່ວ​ໂລກ, ບັນດາ​ໂອກາດ​ພັດທະນາ​ຢ່າງ​ໃຫຍ່​ຫລວງຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4, ​ແຕ່​ກໍ່​ມີຄວາມ​ວິຕົກ​ກັງວົນ​ຕໍ່ລັດທິປົກ​ປ້ອງທີ່ພວມ​ເກີດ​ຂຶ້ນ, ຄວາມ​ສ່ຽງກ່ຽວ​ກັບ​ເສດຖະກິດ, ການ​​ເງິນ; ການ​ກໍ່​ການ​ຮ້າຍສາກົນ, ມົນ​ລະ​ພິດ​ສະພາບ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…​ສະພາບ​ການ​ນັ້ນ ຮຽກຮ້ອງ​ພວກ​ເຮົາ​ທຸກ​ຄົນ, ບັນດາ​ປະ​ເທດ​​ເຖິງ​ວ່າ​ຈະໃຫຍ່​ ຫຼື ນ້ອຍ,ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ມີ​ການ​ກະທຳ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ,​ແບ່ງປັນ​ຜົນ​ປະ​ໂຫຍ​ດລວມ​ໃນ​ການ​ຮ່ວມ​ມື, ​ເຊື່ອ​ມ​ໂຍງ​​ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ