ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

(VOVWORLD) -ຕອນທ່ຽງວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

2 ຝ່າຍສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຢ່າງແຮງຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດໃນປີ 2017, ພິເສດແມ່ນພົວພັນແລກປ່ຽນ ແລະ ການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງສະໜິດແໜ້ນ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ້ວາງຂວາງກ່ວາ, ໃນນັ້ນ ມີເລື່ອງເພີ່ມທະວີການພົວພັນແລກປ່ຽນພົບປະຂັ້ນສູງ, ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເພີ່ມທະວີການລົງທຶນຂອງ ຍີ່ປຸ່ນ ເຂົ້າ ຫວຽດນາມ…

        ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຊົມເຊີຍຜົນສຳເລັດ ແລະ ຕີລາຄາສູງບົດບາດຂອງ ຫວຽດນາມ ທີ່ສັບປະດາຂັ້ນສູງ APEC ຈັດຕັ້ງຢູ່ ດ່າໜັງ ໃນເດືອນ ກຸມພາ ຜ່ານມາ. ກ່ຽວກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ນາຍົກລັດຖະມົນຕີ 2 ທ່ານລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບເລື່ອງ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ເພື່ອສຳເລັດການເຈລະຈາ ແລະ ລົງນາມໃນສັນຍາ CPTPP ຮອບດ້ານ, ມີມາດຕະຖານສູງ ແລະ ມີຄວາມດຸ່ນດ່ຽງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ