ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຄູຝຶກ Park Hang seo.

(VOVWORLD) -ຄູຝຶກ Park Hang Seo ໄດ້ນຳມາເຊິ່ງຄວາມພາກພູມໃຈອັນໃຫຍ່ຫລວງໃຫ້ແກ່ປະຊາຊົນ ຫວຽດນາມ ດ້ວຍບັນດາຜົນງານໃນການແຂ່ງຂັນບານເຕະ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຄູຝຶກ Park Hang seo. - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄູຝຶກ Park Hang Seo

ຕອນບ່າຍວັນທີ 19 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Park Hang seo ຄູຝຶກທິມ ບານເຕະແຫ່ງຊາດ ຫວຽດນາມ ແລະ ພັນລະຍາເນື່ອງໃນໂອກາດລະດູບານໃໝ່ປີກຸນ 2019.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ຄູຝຶກ Park Hang Seo ໄດ້ນຳມາເຊິ່ງຄວາມພາກພູມໃຈອັນໃຫຍ່ຫລວງໃຫ້ແກ່ປະຊາຊົນ ຫວຽດນາມ ດ້ວຍບັນດາຜົນງານໃນການແຂ່ງຂັນບານເຕະ ແລະ ເປັນຂົວເຊື່ອມທີ່ສຳຄັນຕໍ່ນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີຍັງຊີ້ແຈ້ງວ່າລັດຖະບານແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມເຄົາລົບນັບຖືຢ່າງສູງ ແລະ ຂອບໃຈຕໍ່ບັນດາການປະກອບສ່ວນເຂົ້າໃນກິລາບານເຕະ ຫວຽດນາມ ຂອງຄູຝຶກ Park Hang Seo ໃນເວລາທີ່ຜ່ານມາ ແລະ ເຊື່ອໝັ້ນວ່າຄູຝຶກ Park Hang Seo ຈະສືບຕໍ່ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາກິລາບານເຕະຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ສ່ວນຄູຝຶກ Park Hang Seo ໃຫ້ຮູ້ວ່າ: ໃນປີ2019, ທິມບານເຕະ ແຫ່ງຊາດ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມການແຂ່ງຂັນທີ່ສຳຄັນຕ່າງໆ. ນັກເຕະບານທັງໝົດໃນທິມຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອ ຕອບສະໜອງນ້ຳໃຈຂອງປະຊາຊົນ ຫວຽດນາມ ເຊິ່ງສະຫງວນໃຫ້ແກ່ທິມບານເຕະແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ