ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ສະ​ພາ ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ

(VOVWORLD) -ຕອນບ່າຍວັນທີ 12 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Keith Williams ປະທານສະພາ ດຳເນີນທຸລະກິດ ອາເມລິກາ (USABC) ທັງເປັນ ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດໃຫຍ່ Underwriter Laboratories (UL) ເປັນຫົວໜ້າຄະນະທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ສະ​ພາ ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ  ສະພາ ດຳເນີນທຸລະກິດ ອາເມລິກາ

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືອາເມລິກາເປັນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດສຳຄັນໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ ແລະ ພິເສດແມ່ນປີ 2020 ເປັນປີທີ່ມີຄວາມໝາຍສຳຄັນພິເສດໃຫ້ແກ່ການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມຸ່ງໄປສູ່ການສະເຫຼີມສະຫຼອງ 25 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ສ່ວນທ່ານ Keith Williams ໄດ້ຊີ້ແຈ້ງວ່າ ປີ 2020 ແມ່ນປີ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ. ທ່ານ ຫວັງວ່າ USABC ຈະຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມໃນການເພີ່ມທະວີການນຳເຂົ້າ - ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ