ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອີຢິບ ຄົນໃໝ່ປະຈຳ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 30 ພຶດສະພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Hassan Nayel, ເນື່ອງໃນໂອກາດມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ສາທາລະນະລັດ ອາຣັບ ອີຢິບ ປະຈຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອີຢິບ ຄົນໃໝ່ປະຈຳ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ອີຢິບ ຄົນໃໝ່ປະຈຳ ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍ ອີຢິບ ຈັດຕັ້ງການເລືອກຕັ້ງປະທານາທິບໍດີ ເມື່ອເດືອນ ມີນາ 2018 ສຳເລັດຜົນ, ພ້ອມທັງຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືເພື່ອນມິດທີ່ເປັນມູນເຊື້ອກັບລັດຖະບານ ແລະ ປະຊາຊົນ ອີຢິບ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດນັ້ນ, ເລື່ອງຊຸກຍູ້ການຮ່ວມມືລະຫວ່າງ ອີຢິບ ແລະ ຫວຽດນາມ ຈະແມ່ນການໜູນຊ່ວຍຈຳເປັນກ່ຽວກັບດ້ານການຄ້າ, ເສດຖະກິດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ສະເໜີ 2 ປະເທດຊຸກຍູ້ການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ; ເພີ່ມທະວີການເຊື່ອມຕໍ່ຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ…ພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຕັັ້ງໜ້າສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວມິດຕະພາບໃນປີ 2018 ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (01/09/1963 – 01/09/2018) ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ