ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ອຳ​ນວຍ​ການກຸ່ມ​ບໍ​ລິ​ສັດ Texhong ຫວຽດ​ນາມ

(VOVWORLD) -ທີ່ການຕ້ອນຮັບທ່ານທ້າວຄວຍ ຜູ້ອຳນວຍການກຸ່ມບໍລິສັດ Texhong ຫວຽດນາມໃນຕອນບ່າຍວັນທີ 6 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ Texhong ກ່ຽວກັບບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢູ່ ຫວຽດນາມ. ເຊິ່ງເປັນກຸ່ມບໍລິສັດຜະລິດເສັ້ນລວດອ່ອນແຖວໜ້າໂລກ ທີ່ພວມສ້າງວຽກເຮັດງານທຳໃຫ້ແກ່ແຮງງານ 20.000 ຄົນ ຢູ່ ຫວຽດນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ອຳ​ນວຍ​ການກຸ່ມ​ບໍ​ລິ​ສັດ Texhong ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ອຳນວຍການກຸ່ມບໍລິສັດ Texhong ຫວຽດນາມ (ພາບ: VGP)

ໂດຍໃຫ້ຮູ້ກ່ຽວກັບຄວາມຕັດສິນໃຈສະກັດກັ້ນ, ຕ້ານໂລກລະບາດຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ຫວຽດນາມໄດ້ເປັນເຈົ້າການ, ມີຫຼາຍມາດຕະການຢ່າງແຮງ ແລະ ທັນການ, ມາຮອດປັດຈຸບັນ ແມ່ນຄວບຄຸມໄດ້ສະພາບການໂດຍພື້ນຖານ, ເພື່ອແນໃສ່ປະຕິບັດ 2 ເປົ້າໝາຍແມ່ນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວຂອງການນຳພັກ, ລັດ, ປະຊາຊົນ ຫວຽດນາມເຖິງການນຳພັກ, ລັດ ແລະ ປະຊາຊົນ ຈີນກ່ຽວກັບບັນດາຜົນເສຍຫາຍຍ້ອນ ໂລກລະບາດ Covid – 19 ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ