ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຜູ້ປະສານງານ ສະຫະປະຊາຊາດ ປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 10 ມີນາ ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kamal Malhotra  ຜູ້ປະສານງານ ສປຊ ປະຈຳຫວຽດນາມ, 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຜູ້ປະສານງານ ສະຫະປະຊາຊາດ ປະຈຳຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບ ທ່ານ Kamal Malhotra ຜູ້ປະສານງານ ສະຫະປະຊາຊາດ ປະຈຳຫວຽດນາມ

ພາບ:TTXVN

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍ ສປຊ ໄດ້ສົມທົບ ຫນູນຊ່ວຍຫວຽດນາມ ໃນການປ້ອງກັນ ຄວບຄຸມ ເຊື້ອພະຍາດ Covid-19 ແລະ ເນັ້ນຫນັກວ່າ ຫວຽດນາມ ຕັດສິນໃຈສະກັດກັ້ນ ຄວບຄຸມໂລກລະບາດ, ພິເສດແມ່ນ ການແຍກຕົວ. ຫວຽດນາມ ມີປະສົບການ ແລະ ມີກຳລັງຄວາມສາມາດເພື່ອປ້ອງກັນ ຄວບຄຸມເຊື້ອພະຍາດ Covid-19.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ປະຕິບັດບົດບາດຫນ້າທີ່ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ແລະ ປະທານສະພາຄວາມໝັ້ນຄົງ ສປຊ ເມື່ອເດືອນມັງກອນປີ 2020 ເປັນຢ່າງດີ. ໃນທຸກການເຄື່ອນໄຫວ, ຫວຽດນາມ ລ້ວນແຕ່ເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການ ດ້ວຍແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ຫລັກໝັ້ນຫລັກການ ຍາມໃດກໍ່ມີຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ເພື່ອສັນຕິພາບ ສະຖຽນລະພາບຢູ່ບັນດາພາກພື້ນ.

       ທ່ານ  Kamal Malhotra ເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດດັ່ງກ່າວໄດ້ ແລະ ສະເຫນີ ຫວຽດນາມ ຈົ່ງເປັນເຈົ້າການ, ຂ້ຽວຂາດກວ່າອີກ. ສປຊ ຍາມໃດກໍ່ຮຽງບ່າຮຽງໄລ່ກັບຫວຽດນາມ ໃນໄລຍະ 2 ຂອງວິວັດການຄວບຄຸມໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ