ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ສະ​ເໜີ​ໃຫ້​ນັກ​ຊ່​ຽວ​ຊານ​ດ້ານ​ເສດ​ຖະ​ກິດ ປະ​ກອບ​ແນວ​ຄວາມ​ຄິດເພື່ອ​ດຶງ​ດູດ​​ກະ​ແສ​ເງິນລົງ​ທຶນ

(VOVWORLD) -ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາໃຫ້ຄຳປຶກສານະໂຍບາຍການເງິນ ເງິນຕາແຫ່ງຊາດໄດ້ເປັນປະທານກອງປະຊຸມຂອງສະພາ ເພື່ອແນໃສ່ຕີລາຄາບັນດາໜ້າທີ່ທີ່ໄດ້ຜັນຂະຫຍາຍ ແລະ ວາງອອກບັນດາໜ້າທີ່ໃນໄລຍະຈະມາເຖິງ.
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ສະ​ເໜີ​ໃຫ້​ນັກ​ຊ່​ຽວ​ຊານ​ດ້ານ​ເສດ​ຖະ​ກິດ ປະ​ກອບ​ແນວ​ຄວາມ​ຄິດເພື່ອ​ດຶງ​ດູດ​​ກະ​ແສ​ເງິນລົງ​ທຶນ - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາໃຫ້ຄຳປຶກສານະໂຍບາຍການເງິນ ເງິນຕາແຫ່ງຊາດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນ ສະພາບການຕົວຈິງຂອງ ໂລກລະບາດ Covid -19 ທີ່ຍັງຜັນແປເກີດຂຶ້ນຢູ່ບັນດາປະເທດຄູ່ຮ່ວມມືໃຫຍ່ຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມຄວບຄຸມໂລກລະບາດໄດ້ໄວແມ່ນຍ້ອມມີນະໂຍບາຍຮັບມືທີ່ເໝາະສົມ, ມີລັດຖະນະໂຍບາຍຢ່າງທັນການ, ເຮັດໃຫ້ ບໍ່ມີຜູ້ຕິດເຊື້ອ Covid – 19 ໃນຊຸມຊົມໃນຮອບເວລາ 3 ເດືອນທີ່ຜ່ານມາ. ການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ ບັນລຸໄດ້ ພຽງແຕ່ 1,81%, ເຖິງວ່າຢູ່ໃນລະດັບຕ່ຳໃນ 10 ປີທີ່ຜ່ານມາ ກໍ່ຕາມ ແຕ່ກໍ່ແມ່ນລະດັບສູງຂອງພາກພື້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ໄດ້ປະຕິບັດເປົ້າໝາຍຄວບຄູ່ຢ່າງມີປະສິດທິຜົນ, ທັງຄວບຄຸມໂລກລະບາດ, ທັງບໍ່ປະໃຫ້ພື້ນຖານເສດຖະກິດຢຸດສະງັກ, ພ້ອມທັງສືບຕໍ່ຮັບປະກັນຊີວິດສັງຄົມ.

ກ່່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຊີ້ແຈ້ງວ່າ:

        “ຄວນມີນະໂຍບາຍໃໝ່, ເປັນເຈົ້າການກວ່າອີກ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພັກ, ປະຊາຊົນ ກວ່າອີກ. ທໍາອິດແມ່ນຍົກສູງນໍ້າໃຈຄວາມຮັບຜິດຊອບ, ຄວບຄຸມຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດລະເບີດຄືນໃໝ່. ນີ້ໄດ້ຮັບຖືວ່າ ແມ່ນເງື່ອນໄຂຕັດສິນຊີ້ຂາດ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລ້ວນແຕ່ຕ້ອງມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ, ໃນນັ້ນ ສະພາໃຫ້ຄໍາປຶກສາຕ້ອງມີຄວາມຮັບຜິດຊອບສະເໜີມາດຕະການແກ້ໄຂ. ເພາະສະນັ້ນ, ຕ້ອງຕິດຕາມການຜັນແປຂອງຕະຫຼາດສາກົນ, ຕະຫຼາດພາຍໃນປະເທດເປັນປະຈໍາ ແລະ ມີນະໂຍບາຍຮັບມືຢ່າງເໝາະສົມ, ທັນການ”.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກໃນສະພາຍົກອອກວິທີການເພື່ອສືບຕໍ່ຍູ້ແຮງການປະຕິບັດລະບອບລະບຽບການໃຫ້ສົມບູນແບບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາ. ພ້ອມກັນນັ້ນແມ່ນ ສະເໜີກົນໄກນະໂຍບາຍເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເສດການຖະກິດດີຈີຕອນ, ຮູບການດຳເນີນທຸລະກິດໃໝ່ຄືເສດຖະກິດກາງຄືນ, ແບ່ງປັນ, ການຊຳລະເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ