ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2016 ຂອງ EVN

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2016 ຂອງ EVN - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 3/1, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2016 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ (EVN). ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ກຸ່ມ​ບໍລິສັດ​ໄຟຟ້າ ​ໃນ 3 ປີ​ຢ່າງ​ຕໍ່​ເນື່ອງບໍ່​ປະ​ໃຫ້​ເກີດ​ສະພາບ​ຂາດ​ໄຟຟ້າ, ຮັບປະກັນ​ສະໜອງ​ໄຟຟ້າ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ແລະ ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ; ນຳ 5 ໜ່ວຍ​ຈັກ​ເຂົ້າ​ເຄື່ອນ​ໄຫວ, ດ້ວຍ​ກຳລັງ​​ໄຟຟ້າ​ກວ່າ 2.500 MW ​ແລະ ນຳ​ເຂື່ອນ​ໄຟຟ້າ ລາຍ​ເຈົາ ​ເຂົ້າ​ເຄື່ອນ​ໄຫວ​ກ່ອນ​ກຳນົດ​ເວລາ 1 ປີ, ຊ່ວຍ​ປະຢັດ​ເງິນ 5.000 ຕື້​ດົ່ງ. ທາງ​ກຸ່ມ​ບໍລິສັດ​ໄດ້​ປະຕິບັດ​ວຽກ​ງານ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່​ເປັນ​ຢ່າງ​ດີ. ຜະລິດ, ດຳ​ເນີນ​ທຸລະ​ກິດ​ດີ​ທີ່​ສຸດ, ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ​ກຸ່ມ​ບໍລິສັດ​ກະຈາຍ​ໄຟຟ້າ, ນຳ​ໃຊ້​ລະບົບ​ໄຟຟ້າ ​ແລະ ຕະຫຼາດ​ໄຟຟ້າ​ເປັນ​ຢ່າງ​ດີ, ຮັບປະກັນ​ນຳ​ຕະຫຼາດ​ຂາຍຍົກ​ໄຟຟ້າ​ແກ່ງ​ແຍ້​ງ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ປີ 2017.

        ຕາມ​ບົດ​ລາຍ​ງານ​ແລ້ວ, ປີ 2016, ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ ຮັບປະກັນ​ສະໜອງ​ໄຟຟ້າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ດ້ວຍ​ການ​ເຕີບ​ໂຕ​ໄຟຟ້າ​ເປັນ​ສິນຄ້າ​ແມ່ນ 11%.

 

ຂ່າວ/ບົດ​ອື່ນ