ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ: ຈ່າວິງ ຂຸດຂົ້ນທ່າແຮງເພື່ອພັດທະນາຢ່າງມີປະສິດທິຜົນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ: ຈ່າວິງ ຂຸດຂົ້ນທ່າແຮງເພື່ອພັດທະນາຢ່າງມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຈ່າ​ວິ​ງ
(ພາບ: chinhphu.vn)


(vovworld) - ວັນ​ທີ 03/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຈ່າ​ວິ​ງ ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

        ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ​ແຂວງ ຈ່າ​ວິ​ງ ຄວນ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຮັບ​ໃຊ້​ໃຫ້​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ. ປີ 2014, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້​ແຂວງ ຈ່າ​ວິ​ງ ສຸມ​ໃສ່​ຂຸດ​ຂົ້ນບັນດາ​ຄວາມ​ສາມາດ​ບົ່ມຊ້ອງ, ທ່າ​ແຮງ​​ເປັາຢ່າງ​ດີ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການພັ​​ດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ດ້ານ​ກະສິກຳ, ສິນ​ໃນ​ນ້ຳ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເຖິງການ​ຂະຫຍາຍບັນດາ​ຮູບ​ແບບ​ຮ່ວມສຳພັນ, ພັດທະນາ​ທົ່ງ​ນາ​ຂະໜາດ​ໃຫຍ່, ນຳ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ທ່າ​ແກ່ງ​ແຍ້ງ​ຂອງ​ບັນດາ​ຜະລິດ​ຕະພັນ​ກະສິກຳ. ຄຽງ​ຂ້າງ​ນັ້ນ, ​ແຂວງ​ຈ່າ​ວິ​ງ ຄວນ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ຂ້ຽວ​ຂາດ​ກວ່າ​ອີກ; ຊອກ​ຫາ​ບັນດາ​ວິທີ​ເຮັດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ລະດົມ​ແຫຼ່ງກຳລັງ, ປະຕິບັດ​ໂຄງການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ