ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕ້ອນ​ຮັບ
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ  ທອງ​ລຸນ ສີ​ສຸ​ລິດ
ພາບ:tintuc.vn

 (vovworld)- ວັນ​ທີ 4/11, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄປ​ຊອກ​ຫາ​ກາ​ລະ​ໂອ​ກາດ, ເປີດກວ້າງ ຂອບ​ຂະ​ຫນາດ​ຮ່ວມ​ມື​ລົງ​ທຶນ, ພັດ​ທະ​ນາ​ການ​ຄ້າ ເຂົ້າ​ຕະ​ຫລາດ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ 2 ຝ່າຍ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ຂັ້​ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ແລະ ບັນ​ດາ​ກອງ​ປະ​ຊຸ​ມ​ກ່ຽວ​ຂ້ອງ ຈະ​ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຍາ​ມ​ໃດ​ຫວຽດ​ນາມ ກໍ​ສະ​ຫນັບ​ສະ​ຫນູນ ແລ​ະ ພ້ອມ​ແລ້ວ​ຮ່ວມ​ມື, ຫນູນ​ຊ່ວຍ ສ​ປ​ປ ລາວ ຮັບ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016.

ສ່ວນ​ ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື ຫນູນ​ຊ່ວຍ, ແບ່ງ​ປັນ​ບົດ​ຮຽນ​ຈາກ ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ ຢືນ​ຢັນ: ລາວ ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຝ່າຍ​ຫວຽດ​ນາມ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດຖ້າ​ມີ ​ໃນ​ວິ​ວັດ​ການ​ຮ່ວມ​ມື ລະ​ຫວ່າງ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ຂ​ົງ​ເຂດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ.

 

 

ຂ່າວ/ບົດ​ອື່ນ