ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕອນຮັບ ເອກອັກຄະລັດຖະທູດ Armenia

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕອນຮັບ ເອກອັກຄະລັດຖະທູດ Armenia - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບເອກ​ອັກຄະ​ລັດຖະທູດ​ ສ. Armenia ​ທ່ານນາງ Raisan Vardanyan
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 25/12, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບເອກ​ອັກຄະ​ລັດຖະທູດ​ ສ. Armenia ​ທ່ານນາງ Raisan Vardanyan ​​ເຂົ້າຢ້ຽມ​ຂໍ່ານັບ ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ເລື່ອ​ງ Armenia ​ເປີດ​ສະຖານທູດປະຈຳ​ຫວຽດນາມ, ປ​ະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຈະ​ພ້ອມ​ກັບ Armenia ຊຸກ​ຍູ້ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ​ເພີ່ມທະວີ​ການ​ຮ່ວມ​ມື​ເພື່ອ​ເພີ່ມ​ເ​ຕີ່ມ​ໃຫ້​ກັນ​ພ້ອມ​ກັນ​ພັດທະນາ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ກໍ່​ຢືນຢັນ​ຈະສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​​ເອກ​ອັກຄະ​ລັດຖະທູດ Armenia ປະຈຳ​ຫວຽດນາມ ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ບຳລຸງ​ສ້າງ, ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ໂດຍ​ໄວ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ພິຈາລະນາ​​ເລ​ື່ອງເປີດ​ສະຖານທູດ​ຫວຽດນາມ ປະຈຳ Armenia ​ໂດຍ​ໄວ.

        ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ ສ. Armenia Raisan Vardanyan ຢືນຢັນ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ​ນາງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​​ເພາະ​ແມ່ນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານ​ນາງ Raisan Vardanyan ກໍ່​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ Armenia ​ແມ່ນ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ​ເລື່ອງ​ເປີດ​ສະຖານທູດ Armenia ປະຈຳ​ຫວຽດນາມ ​ແມ່ນ​ເຫດການ​ທີ່​ມີ​ຊີວິດ​ຊີວາ​ປະກອບສ່ວນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - Armenia.

ຂ່າວ/ບົດ​ອື່ນ