ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີກະຊວງການຄ້າ - ອຸດສາຫະກຳອິນເດຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ  ຕ້ອນຮັບລັດຖະມົນຕີກະຊວງການຄ້າ - ອຸດສາຫະກຳອິນເດຍ - ảnh 1
( ພາບ: cpv.org.vn )

( vovworld ) - ຕອນ​ເຊົ້າ​ວັນ​ທີ 8/3, ຢູ່​ສຳ​ນັກ​ງານ​ລັດຖະບານຫວຽດນາມ​ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ​ ຫງວຽນ​ເຕີນ​ຢຸງ ໄດ້​ໃຫ້ການ​ຕ້ອນຮັບທ່ານລັດຖະມົນຕີ​ກະຊວງ​ການ​ຄ້າ - ອຸດສາຫະກຳ ​ແລະ ຕໍ່າ​ແຜ່ນ​ອີນ​ເດຍ Anand Sharma ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ​ ຫງວຽນ​ເຕີນ​ຢຸງ ​ຖື​ວ່າການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ ຂອງ​ທ່ານ​ລັດຖະມົນຕີ Anand Sharma ຄັ້ງ​ນີ້​ໄດ້​ປະກອບ​ສ່ວນ​ຢ່າງ​​ແທດ​ຈິງ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ - ອິນ​ເດຍ ບົນພື້ນຖານຄວາມ​ສາມາດ​ບົ່ມຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​​ໃຫຍ່​ຫຼວງ​ຢູ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ອີນ​ເດຍ ສືບ​ຕໍ່​ນຳ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ທີ່​ນັບ​ມື້​ນັບ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ສອງ​ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ປາດ​ຖະໜາ​ວ່າ ອິນ​ເດຍຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ສິນ​ຄ້າ​ຫວຽດນາມ  ​ແຊກ​ຊຶມເຂົ້າ​ຕະຫຼາດອິນ​ເດຍ, ສ້າງ​ຄວາມ​ດູ​ນດຽງ​ດ້ານການ​ຄ້າ​ລະຫວ່າງຫວຽດນາມ​ - ອິນ​ເດຍ ​ເທື່ອ​ລະ​ກ້າວ, ພ້ອມ​ກັນ​ນັ້ນ​ທ່ານ​ກໍຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ສະໜັບສະໜູນ​ບັນດາ​ໂຄງການ​ລົງທຶນ​ຂອງ​ອິນ​ເດຍ​ເຂົ້າຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ລົງທຶນ​ໃຫຍ່.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຍັງ​ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງ​ບັນດາ​​ເຫດການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 40 ປີແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ແລະ 5 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ​ແທດ​ຈິງ.

        ສ່ວນທ່ານ​ລັດຖະມົນຕີ Anand Sharma ກໍ​ສະເໜີ​ໃຫ້​ສອງ​ຝ່າຍ​ສ້າງຕັ້ງ​ຄະນະ​ຂັ້ນກຳມະການ​ກົມ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ຄ້າງ​ຄາ​ໃນ​ວິວັດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ, ​ເຕັກ​ໂນ​ໂລ​ຊີ, ການ​ຢາ... ທ່ານ​ລັດຖະມົນຕີ Anand Sharma ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ດັ່ງກ່າວກວ່າ​ອີກ.

ຂ່າວ/ບົດ​ອື່ນ