ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງຖະແຫຼງຂ່າວມຽນມາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີວ່າການກະຊວງຖະແຫຼງຂ່າວມຽນມາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕ້ອນຮັບ​
ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ​ມຽນມາ
(ພາບ: VGP)


(vovworld) – ທີ່​ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ​ມຽນມາ Ye Htut, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ມຽນມາ ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ພົວພັນ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ​ກວ່າ​ອີກ, ພ້ອມ​ກັນ​ປະກອບສ່ວນກໍ່​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ຮ່ວມ​ມື​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ ປະກອບສ່ວນ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະນາ​ຢ່າງ​ເລິກ​​ເຊິ່ງ, ກວ້າງຂວາງ. ທ່ານ​ນາຍົກ​ລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ລັດ​ຖະບານ​ມຽນມາ ອອກໜັງສື​ອະນຸຍາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເປີດ​ກວ້າງ​ການ​ບໍລິການ​ໂທລະ​ຄົມຢູ່​ມຽນມາ, ​ເປີດ​ສາຂາ​ທະນາຄານ​ຫວຽດນາມ ຢູ່​ມຽນມາໂດຍໄວ. ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​​ຖະແຫຼງຂ່າວ - ສື່ສານ ​ເພື່ອ​ໃຫ້ 2 ປະ​ເທດ, 2 ຊາດ​ເຂົ້າ​ໃຈ​ກັນ​ກວ່າ, ຕິດ​ພັນ​ກັນ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຍູ້​ແຮງ 13 ​ຂົງ​ເຂດ​ຮ່ວມ​ມື​ເຊິ່ງການ​ນຳຂັ້ນສູງ 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນແລ້ວ.

ຂ່າວ/ບົດ​ອື່ນ