ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ສິງກະໂປ Goh Chok Tong

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ສິງກະໂປ Goh Chok Tong - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕ້ອນຮັບ
ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ສິງກະ​ໂປ Goh Chok Tong
(ພາບ: VGP)


(vovworld) – ​​ທີ່​ການ​ຕ້ອນຮັບ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/09, ຢູ່​ຮ່າ​​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ສິງກະ​ໂປ Goh Chok Tong ​​​ແມ່ນ​ປະກົດ​ການ​ທີ່​ມີ​ຊີ​ສິດ​ຊີ​ວາ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ. ທ່ານ​ນາຍົກລັດຖະມົນຕີສະ​ແດງ​ຄວາມ​ເບີກ​ບານມ່ວນ​ຊື່ນ​ຕໍ່ໜ້າຜົນ​ງານອັນ​ດີງາມ​ທີ່ບັນລຸ​ໄດ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສິງກະ​ໂປ ​ໃນ​ໄລຍະ​ຜ່ານ​ມາ, ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​, ກໍ່​ຄື​ມີ​ທັດສະນະ​ດຽວ​ກັນ, ຫຼັກ​ໝັ້ນ​ເໝາະ​ສົມ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ. ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong ປາດ​ຖະໜາວ່າ 2 ປະ​ເທດຈະ​ຍູ້​ແຮງ​ການ​ຮ່ວມ​ມື​ກ່ວາ​ອີກໃນ​ຂົງ​ເຂດ​ທະນາຄານ​​ເພື່ອ​ໃຫ້​ຫວຽດນາມ ສະມາດ​ລະ​ດົມ​ແຫຼ່ງທຶນ​ຈາກ​ບັນດາ​ກອງ​ທຶນ​ລົງທຶນ​ສາກົນ​ຢູ່​ສິງກະ​ໂປ ​ເພື່ອ​ແນ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong ກໍ່​ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​​ໄຫວຮ່ວມ​ມື​ດ້ານ​ການບິນ, ການ​ສຶກສາ, ທ່ອງ​ທ່ຽວ​… ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ ພາຍຫຼັງ​ການ​ພົບ​ປະ​ຄັ້ງ​ນີ້, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງການ 2 ປະ​ເທດ​ຈະ​ປຶກສາ​ກາ​ລື​ໂດຍ​ໄວ ​ເພື່ອ​ໃຫ້​ຫວຽດນາມ ສາມາດສຳ​ພັດ​ກັບ​ຕະຫຼາດ​ທຶນ​ຂອງ

ສິງກະ​ໂປ ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການບິນ, ການ​ສຶກສາ, ທ່ອງ​ທ່ຽວ​… ນອກຈາກ​ນັ້ນ, ຫວຽດນາມ ກໍ່​ປາດ​ຖະໜາ ສືບ​ຕໍ່​ຮ່ວມ​ມື​ກັບ​ສິງກະ​ໂປ ​ເພື່ອ​ຊຸກ​ຍູ້​ການ​ເຈ​ລິ​ຈາ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຝິກ (TPP).

ຂ່າວ/ບົດ​ອື່ນ