ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບຮອງປະທານ ທະນາຄານໂລກ(WB)

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບຮອງປະທານ ທະນາຄານໂລກ(WB) - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢຸງ
ຕ້ອນ​ຮັບ ທ່ານ​ນາງ Rachel Kyte
(ພາບ: petrotimes.vn)

 (vovworld)-​ ​  ຕອນ​ບ່າຍ​ວັນ​ທີ 25/8, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢຸງ ໃຫ້​ການ​ຕ້ອນ​ຮັບ ທ່ານ​ນາງ Rachel Kyte , ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ​ຮັບ​ຜິດ​ຊອບກ່ຽວ​ກັບ​ຂົງ​ເຂດ​ການປ່ຽນ​ແປງ​​ຂອງດິນ​ຟ້າ​ອາ​ກາດ​ພວມຢ້ຽມ​ຢາມເຮັດ​ວຽກ ແລະ​ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ລະ​ຫວ່າງ​ຄະ​ນະປະ​ຈຳ​ການ​​ຄະ​ນະກຳ​ມະ​ການ​​ແຫ່ງ​ຊາດ ກ່ຽວ​ກັບ​ການປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ ກັບ​ຄະ​ນະ​​ທະ​ນາ​ຄານ​ໂລກ (WB) ປະ​ຈຳຮ່າ​ໂນ້ຍ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢຸງໃຫ້​ຮູ້​ວ່າ: ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ , ຫວຽດ​ນາມ​ພວມ​ມີ​ການ​ທ້າ​ທາຍ 2 ບັນ​ຫາ​ທີ່​ໃຫຍ່ຫຼວງ, ມີ​ລັກ​ສະ​ນະ​ຕັດ​ສິນ​ໃຈ​ໃຫ້​ການ​ພັດ​ທະ​ນາ​​ແບບ​ຍືນ​ຍົງຂອງ​ປະ​ເທດ​ຊາດ. ຫວຽດ​ນາມ​ແມ່ນ 1 ໃນ​ບັນ​ດາ​ປະ​ເທດ​​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ທີ​່ສຸດ ຈາກການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ. ​ການ​ທ້າ​ທາຍ​ຈາກ​ການຂຶ້ນ​ກັບ​ແຫຼ່ງ​ນ້ຳ​ພາຍນອກ, ພິ​ເສດ​ແມ່ນ​ຜົນ​ສະ​ທ້ອນ​ຈາກ​ການ​ນຳໃຊ້​ແຫຼ່ງ​ນ້ຳ​ໃນ​ແມ່​ນ້ຳ​ຂອງ. ພ້ອມ​​ກັບຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ. ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ​ປາດ​ຖະ​ໜາ​ວ່າ WB ຈະ​ໜູນ​ຊ່ວຍ ຫວຽດ​ນາມ ທັງ​ກ່ຽວ​ກັບການ​​ໃຫ້​ຄຳປຶກ​ສາ​ຫາ​ລືນະ​ໂຍ​ບາຍ, ເຕັກ​ນິກ ແລະ ແຫຼ່ງກຳ​ລັງ​ການ​ເງິນ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາ​ດ​ ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ໃຫ້ຄຳ​ໝັ້ນ​ສັນ​ຍາຈະຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ກັບ WB  ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ​ຕ່າງໆ ເພື່ອ​ແກ້​ໄຂ​ບັນ​ດາ​ກາ​ນ​ທ້າ​ທາຍນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 ທ່ານ​ນາງ Rachel Kyte ໃຫ້​ຮູ້​ວ່າ: WB ໃຫ້ຄຳ​ໜັ້ນ​ສັນ​ຍາໜູນ​ຊ່ວຍ​ ຫວຽດ​ນາມ ທັງ​ທາງ​ດ້ານ​ການ​ເງິນ ແລະ ເຕັກ​ນິກ, ຄວາມ​ຮັບ​ຮູ້ ແລະ ບົດ​ຮຽນ, ການ​ປະ​ສານ​ງານບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ເພື່ອ​ໜູນ​ຊ່ວຍ ຫວຽດ​ນາມ​ ຮັບ​ມືກັບ​ການ​ປ່ຽ​ນ​ແປງ​ດິນ​ຟ​້າ​ອາ​ກາດ.



ຂ່າວ/ບົດ​ອື່ນ