ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ຊາອຸດີ ອາຣາເບຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ຊາອຸດີ ອາຣາເບຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດີ ອາຣາ​ເບຍ
(ພາບ: TTXVN)

(vovworld) – ວັນ​ທີ 14/01, ທີ່​ການ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດີ ອາຣາ​ເບຍ Dakhil Al Johani, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຊົມ​ເຊີຍ​ທ່ານ​ເອກ​ອັກຄະ​ລັດຖະທູດ Dakhil Al Johani ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ ​ແລະ ຖື​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຊາ​ອຸ​ດີ ອາຣາ​ເບຍ ພວມ​ພັດທະນາ​ຢ່າງ​ຕັ້ງ​ໜ້າ​ໃນ​ຫຼາຍ​ຂົງ​ເຂດ. ລັດຖະບານ​ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກ​ພ້ອມ​ກັບ ຊາ​ອຸ​ດີ ອາຣາ​ເບຍ ມານະ​ພະຍາຍາມ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພັດທະນາ​ໃຫ້​ນັບ​ມື້​ນັບ​​​ແທດ​ຈິງ ​ແລະ ມີປະສິດທິ​ຜົນ​. ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ 2 ປະ​ເທດ ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​​ໃນເວທີ​ປາ​ໄສສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະ​ປະຊາ​ຊາດ ​ແລະ ຊຸ​ກຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ຢ່າງ​ແຮງ, ສູ້​ຊົນບັນລຸວົງ​ເງິນ​ການ​ຄ້າ 2 ສົ້ນ​​​ໃຫ້​ໄດ້ 2 ຕື້ USD ​ໃນທ້າຍ​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ​ສະໜັບສະໜູນ​ບັນດານັກ​ວິ​ສາ​ຫະກິດ ຊາ​ອຸ​ດີ ອາຣາ​ເບຍ ລົງ​ທຶນ​​ໄລຍະຢ່າງ​ຍາວ​, ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ເພື່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ, ​ແຮງ​ງານ, ພ້ອມ​ທັງ​ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ, ອາລັກຂາ​ແກ່​ການ​ລົງທຶນ​ ​ແລະ ສັນຍາ​ການບິນ 2 ຝ່າຍ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ