ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ຕີມໍຕາເວັນອອກ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ຕີມໍຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ຕີ​ມໍ​ຕາ​ເວັນ​ອອກ
(ພາບ: chinhphu.vn)


(vovworld) -ຕອນ​ບ່າຍ​ວັນ​ທີ 08/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ຕີ​ມໍຕາ​ເວັນ​ອອກ Jorge Trindade Neves de Camoes ​ເຂົ້າ​ຢ້ຽມ​ຂໍ່ານັບ​ຕາມ​ພິທີການ​ທູດເນື່ອງ​ໃນ​ໂອກາດ​ມາຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຕີ​ມໍຕາ​ເວັນ​ອອກ, ​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ​້ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ ​ແລະ ​ເພື່ອ​ການ​ພັດທະນາ​ລວມຂອງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫວັງວ່າ ຕີ​ມໍຕາ​ເວັນ​ອອກ ຈະສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ແລກ​ປ່ຽນ​ການ​ຄ້າ ກໍ​ຄື​ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ ມາ​ຮ່ວມ​ມືລົງທຶນ​ຢູ່ ຕີ​ມໍຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນ​ຕີ​ຢືນຢັນ​ວ່າ ບົນ​ຫຼັກການ​ຂອງ​ຕະຫຼາດ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ເຂົ້າສານ​ໄປ​ຍັງ ຕີ​ມໍຕາ​ເວັນ​ອອກ ​​ເພື່​ອ​ແນ​ໃສ່​ປະກອບສ່ວນ​ຮັປະກັນ​ດ້ານ​ສະບຽງ​ອາຫານ​ໃຫ້​ແກ່ ຕີ​ມໍຕາ​ເວັນ​ອອກ.

    ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຕີ​ມໍຕາ​ເວັນ​ອອກ ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້ການ​ພົວພັນ 2 ຝ່າຍ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສະ​ກຳ; ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ແບ່ງປັນ​ບົດຮຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຕີ​ມໍຕາ​ເວັນ​ອອກ ​ໃນ​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ, ​ຄົມມະນາຄົມ, ພັດທະນາ​ກະສິກຳ.

ຂ່າວ/ບົດ​ອື່ນ