ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປະກາດນຳຂົວໃຫຍ່ກວ່າໝູ່ຢູ່ຫວຽດນາມ ເຂົ້າໃຊ້ການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປະກາດນຳຂົວໃຫຍ່ກວ່າໝູ່ຢູ່ຫວຽດນາມ ເຂົ້າໃຊ້ການ - ảnh 1
(ພິທີປະກາດ​ນຳ​​ຂົວ ວິ້ງ​ທິ້ງ ຢູ່ທາງ​ຫຼວງ 2C ​ເຊື່ອມ​ຕໍ່​
ແຂວງ​ວິ້ງ​ຟຸ໋ກ ​ກັບ​ນະຄອນຫຼວງ​ນ່າ​ໂນ້ຍ ​ເຂົ້າ​ໃຊ້​ການ)


(vovworld) – ຕອນ​ເຊົ້າ​ວັນ​ທີ 08/06, ຢູ່​ເທດສະບານ ​ເຊີນ​ໄຕ, ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ປະກາດ​ນຳ​​ຂົວ ວິ້ງ​ທິ້ງ ຕັ້ງຢູ່ທາງ​ຫຼວງ 2C ​ເຊື່ອມ​ຕໍ່​ແຂວງ​ວິ້ງ​ຟຸ໋ກ ​ກັບ​ນະຄອນຫຼວງ​ນ່າ​ໂນ້ຍ ​ເຂົ້າ​ໃຊ້​ການ. ນີ​ແມ່ນ​ຂົວຕັ້ງ​ຂ້າມ​ຜ່ານ​​ແມ່​ນ້ຳ​ມີ​ລວງ​ຍາວ 5.487ມ ​ແມ່ນ​ຂົວ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ. ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 137 ລ້ານ USD.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຂົວ ວິ້ງ​ທິ້ງ ​ແມ່ນ​ກິດຈະກຳ​ມີ​ຄວາມ​ໝານ​ສຳຄັນ​ຍິ່ງ ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພັດທະນາ​ເສດຖະກິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ນະຄອນ​ຮ່າ​ໂນ້ຍ, ​ແຂວງ​ວິ້ງ​ຟຸ໋ກ ກໍ່​ຄື​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ພ້ອມ​ກັນ​ແຂ່ງຂັນສູ້​ຊົນ, ກໍ່ສ້າງ ​ແລະ ນຳ​ເຂົ້າ​ໃຊ້​ການ, ຮັບປະກັນ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ບັນດາ​ກິດຈະກຳ​ຍິ່ງກວ່າ​ອີກ ​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ເສດຖະກິດ​ສັງຄົມ. ນີ້​ແມ່​ນຂອດ​ບຸກທະລຸ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ຂອງ​ພັກ​ໄດ້​ວາງ​ອອກ ​ເພື່ອ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ນຳ​ຫວຽດນາມ ​ກາຍ​ເປັນປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ”.

ຂ່າວ/ບົດ​ອື່ນ