ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ນະຄອນຫາຍ​ຟ່ອງ
(ພາບ: baohaiphong.com.vn)


(vovworld) - ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ເຊິ່ງຈະ​ດຳ​ເນີນ​ໄປ​​ໃນ​ທ້າ​ຍ​ເດືອນ 5, ຕອນ​ບ່າຍ​ວັນ​ທີ 11/05, ຢູ່​ນະຄອນ​ຫາຍ​ຟ່ອງ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້​ອມກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຫາຍ​ຟ່ອງ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ນະຄອນ ​ແນ​ໃສ່​ແຈ້ງບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 5 ກໍ​ຄື​ຮັບ​ຟັງ ​ແລະ ​ຕອບ​ບັນຫາ​ຄວາມ​ໃນ​ໃຈ, ຄວາມ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ສະພາ​ແຫ່ງ​ຊາດ.  ຜູ້ຕາງໜ້າ​ຄະ​ນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອ​ນຫາຍ​ຟ່ອງ ​ໄດ້​ແຈ້ງ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບ​ແຜນການ​ດຳ​ເນີນ​ງານ​ຂອງ​ໂຄງການ, ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 5. ​ເຊິ່ງຕາມ​ການ​ຄາດ​ຄະ​ເນ​ແລ້ວ, ທີ່​ກອງ​ປະຊຸມ​ຄັ້ງ​ທີ 5, ສະພາ​ແຫ່ງ​ຊາດ ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສຳຄັນ 10 ສະບັບ ທີ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຄື; ກົດໝາຍ​ວ່າ​ດ້ວຍ​ການ​ໄກ​ເກ່ຍຢູ່​ຂັ້ນ​ຮາກ​ຖານ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປ​ັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ​ເພີ່ມ​ຕື່ມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່ຢູ່​ອາ​ໄສ...

        ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຮັບ​ຮູ້, ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ທີ່​ສຸດ​ຈິດ​ສຸດ​ໃຈ, ມີຄວາມ​ຮັບຜິດຊອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ການ​ພັດທະ​ນາ​ຂອງ​ນະຄອນ​ຫາຍ​ຟ່ອງ​ເວົ້າ​ສະ​ເພາະ ​ແລະ ຂອງ​ທົ່ວ​ປະ​ເທດ​ເວົ້າ​ລວມ. ທ່າ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ; ລັດຖະບານ​ພວມ​ສຸມ​ໃສ່​ແກ້​ໄຂ​ໜີ້​ເສຍ; ໜູນ​ຊ່ວຍ​ເປີດ​ກວ້າງ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ, ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ...

ຂ່າວ/ບົດ​ອື່ນ