ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມລາຊະອານາຈັກແບນຊິກ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມລາຊະອານາຈັກແບນຊິກ ຢ່າງເປັນທາງການ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢ້ຽມຢາມ
​ລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງການ)

(vovworld) –ສືບ​ຕໍ່​​ການ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ, ຕອນ​ບ່າຍ​ວັນ​ທີ 13/10 ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ຄະ​ນ​ະ​ຜູ້​ແທນ​ຂັ້​ນ​ສູງ​ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດຢູ່​ນະ​ຄອນ​ຫລວງ ບ​ຣຸກ​ແຊນ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Charles Michel ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ດຳ​ເນີນ​ການ​ເຈ​ລະ​ຈາ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ຢືນ​ຢັນ: ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງສອງ​ປະ​ເທດ​ກໍ​ຄື ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ສອງ​ປະ​ເທດ​ເຊື່ອມ​ຕໍ່​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ. ສອງ​ຝ່າຍ​ເຫັນ​ດີ ຮັກ​ສາ​ກົນ​ໄກ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ. ນອກນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ​່າງ​ຝ​່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ​ພ້ອມ​ກັນ​ເປັນ​ສັກ​ຂິ​ພິ​ຍານ​ພິ​ທີ​ມອບ​ຫນັງ​ສື​ອະ​ນຸ​ຍາດ​ລົງ​ທຶນ​ໃຫ້​ແກ່​ບໍ​ລິ​ສັດ Rent a port ລົງ​ທຶນ​ຢູ່​ເມືອງ ກາດ​ຫາຍ ນະ​ຄອນ ຫາຍ​ຟ່ອງ, ແລະ ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ໃຫ້​ກູ້​ຢືມ​ທຶນ​ຂອງ​ລັດ​ຖະ​ບານ​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ​ໃນ​ຂອບ​ເຂດ​ໂຄງ​ການ​ດາວ​ທຽມ​ນ້ອຍ VNRETSAT 1B.  ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jose Manuel Barroso.

ກ​່ອນ​ຫນ້ານັັ້ນ ຄໍ່າ​ຄື​ນວັນ​ທີ 12/10, ຕາມ​ເວລາ​ຫວຽດນາມ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ການ​ທະຫານ Brumil, ບຣຸກ​ແຊນ, ​ເລີ່​ມຕົ້ນ​ລາຍການ​ຢ້ຽມຢາມລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ລະຫວ່າງ​ຫວຽດນາມ - ​ແບນ​ຊິກ ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ທ່າ​ກໍ່າ​ປັ່ນ, ການ​ບໍລິການ​ສາງ, ການ​ເຕີບ​ໂຕ​ຂຽວ, ​ເຕັກ​ໂນ​ໂລ​ຊີ​ສູງ, ການອຸປະຖຳ​ພັດທະນາ. ພາຍຫຼັງ​ໄປ​ຮອດ ບຣຸກ​ແຊນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດຫວຽດນາມ ​ແລະ ​ໂອ້​ລົມ​​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ພ້ອມ​ກັບ​ຜູ້ຕາງໜ້າປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮໍ່າຮຽນ ຢູ່​​ແບນ​ຊິກ. ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ຍາມ​ໃດ​ກໍ່​ສາມັກຄີ​, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ, ທັງ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແບນ​ຊິກ, ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ​ແບນ​ຊິກ, ພ້ອມ​ທັງ​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ