ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມສະຫະພັນລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມສະຫະພັນລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການ - ảnh 1
(ພາບປະກອບ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 12/05, ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ​ຢ່າງ​ເປັນ​ທາງການ, ​ໃນ​ລະຫວ່າງ​ວັນ​ທີ 12 – 17/05, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ​ສະຫະພັນລັດ​ເຊຍ D.Medvedev ​ແລະ ທ່ານ​ນາຍົກລັດຖະມົນຕີ ສ. ເບ​ລາຣຸດ M.Myasnikovich. ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ລັດ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽວນ​ເຕີນ​ຢຸງ ​ໃນ​ລະຫວ່າງ​ວັນ​ທີ 12 – 15/05, ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ການ​ພົວພັນ​ຂອງ 2 ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ເພີ່ມ​ທະວີ​ການ​ພົບ​ພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ການ​ພົວພັນ​ດ້ານ​ກາ​ນ​ເມືອງ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າ​ງສູງ ​ແລະ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ; ການ​ຮ່ວມ​ມືດ້ານ​​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ​ລະຫວ່າງ 2 ປະ​ເທດ​ພວມ​ມີ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ.

        ສິ້ນ​ສຸດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຈະ​ໄປ​ຢ້ຽມຢາມ ສ.​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ ​​ໃນ​ລະຫວ່າງ​ວັນ​ທີ 15 – 17/05. ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ, ສ້າງ​ພື້ນຖານ​ປັບປຸງ​ການ​ພົວພັນ​ມິດຕະພາບ​ໃນ​ບັນດາ​ຂົງ​ເຂດ, ​ໂດ​ຍສະ​ເພາະ​ແມ່ນ​ຫັນ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ - ​ເບ​ລາຣຸດ ​ໄລຍະ 2013 – 2015 ​ເປັນ​ລະອຽດ ດ້ວຍ​ຈຸດ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ​ລະ​ດັບ 1 ຕື້ USD ກໍ​ຄື​ຊຸກ​ຍູ້​ວິວັດ​ການ​ເຈລະຈາ​ສັຍຍາ​ການ​ຄ້າ​ເສດ​ລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​ລັດ​ເຊຍ - ​ເບ​ລາຣຸດ - ກາຊັກສຖານ.

ຂ່າວ/ບົດ​ອື່ນ