ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມເຂດເຕັກໂລໂນຢີສູງ ຮ່ວາລາກ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢ້ຽມຢາມເຂດເຕັກໂລໂນຢີສູງ ຮ່ວາລາກ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຮັບຟັງແນະນຳກ່ຽວກັບແຜນກຳນົດເຂດເຕັກໂນໂລຢູສູງ ຮ່ວລາກ
(ພາບ: vietnamplus.vn)

ຕອນບ່າຍວັນທີ 13/2, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ລົງ ຢ້ຽມຢາມ ແລະ ເຮັດວຽກ ກັບຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ຮ່ວາລາກ. ກ່າວຄຳ ເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນນະໂຍບາຍກໍ່ສ້າງເຂດ ເຕັກໂນໂລຢີສູງຮ່ວາລາກ ແລະ ເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນແມ່ນຖືກຕ້ອງ ເພື່ອແນໃສ່ຊຸກຍູ້ວິທະຍາສາດເຕັກໂນໂລຢີພັດທະນາ, ຮັບໃຊ້ໃຫ້ແກ່ພາລະກິດປ່ຽນ ໃໝ່ປະເທດຊາດຕາມທິດ ຫັນເປັນອຸດສາຫະກຳ - ທັນສະໄໝ. ທ່ານນາຍົກລັດຖະມົນ ຕີສະເໜີ, ໃນໄລຍະທີ່ຈະມາເຖິງ, ຄະນະຄຸ້ມຄອງຄວນ ດັບປັບແຜນກຳນົດເຂດ ເຕັກໂນໂລຢີສູງ, ຈາກນັ້ນຜັນຂະຫຍາຍແຜນກຳນົດລະອຽດສຳລັບບັນດາເຂດອື່ນ ແລະ ເດັດດຽວລົບລ້າງການລົງທຶນກໍ່ສ້າງເດີນກອບ, ເຮືອນວີນລາ, ເຮືອນສວນ. ທ່ານນາຍົກ ລັດຖະມົນຕີ ກໍ່ຮຽກຮ້ອງ ຄະນະຄຸມຄອງເຂດເຕັກໂນໂລຢີສູງ ຮ່ວາລາກ ສົມທົບກັບ ອຳນາດການປົກຄອງທ້ອງຖີ່ນສຸມໃສ່ ປະຕິບັດວຽກງານ ບຸກເບີກໜ້າພຽງເປັນຢ່າງດີ. ໃນການລົງທຶນກໍ່ສ້າງຕາຂ່າຍໄຟຟ້າ , ທ່ານນາຍົກລັດຖະມົນຕີມອບສິດໃຫ້ ກຸ່ມບໍລິສັດໄຟຟ້າຫວຽດນາມລົງທຶນ ໂດຍກົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນໜັກວ່າ:

“ໃນນະໂຍບາຍດຶງດູດການລົງທຶນ, ພວກເຮົາຕ້ອງເຫັນວ່າມີບຸລິມະສິດໃດແດ່, ໃນນັ້ນມີ 3 ຂົງເຂດແມ່ນ ຄົ້ນຄ້ວາຜັນຂະຫຍາຍ, ຂົງເຂດໃດດຶງດູດຢູ່ທີ່ນີ້ໄດ້ຮັບບຸລິມະສິດ. ທີ 2 ແມ່ນໃຫ້ ບຸລິມະສິດແກ່ບັນດາ ຜູ້ຊ່ຽວຊານເຮັດວຽກຢູ່ຂົງເຂດນີ້. ຢາກດຶງດູດການລົງທຶນ ແມ່ນຄວນມີ ບັນດາກົນໄກ, ນະໂຍບາຍເໝາະສົມ ກັບຄູ່ຮ່ວມມື”

ຂ່າວ/ບົດ​ອື່ນ