ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມ ລັດເຊຍ ແລະ ເລີ່ມຕົ້ນການຢ້ຽມຢາມ ເບລາຣຸດ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມ ລັດເຊຍ ແລະ ເລີ່ມຕົ້ນການຢ້ຽມຢາມ ເບລາຣຸດ  - ảnh 1
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ
​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ
(ພາບ: baomoi.com)

(vovworld) -  ຕອນ​ຄໍ່າ​ວັນ​ທີ 15/05, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ຮອດ​ນະຄອນຫຼວງ Minsk, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 15 – 17/05, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ເບ​ລາຣຸດ Mikhail Myiasnikovich. ການ​ຢ້ຽມຢາມ ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເພື່ອ​​ແຍ​ໃສ່ຮັດ​​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ເບ​ລາຣຸດ, ສ້າງ​ພື້ນຖານ​ປັບປຸງ ​ແລະ ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຫັນ​ໂຄງການ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ - ເບ​ລາຣຸດ ​ໄລຍະ 2013 – 2015 ​ເປັນລະອຽດ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ​ລະດັບ 1 ຕື້ USD ​ແລະ ຊຸກຍູ້​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງຫວຽດນາມ - ພັນທະ​ມິດພາສີ ລັດ​ເຊຍ - ​ເບ​ລາຣຸດ ​ແລະ​ ກາຊັກສຖານ.


ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການຢ້ຽມຢາມ ລັດເຊຍ ແລະ ເລີ່ມຕົ້ນການຢ້ຽມຢາມ ເບລາຣຸດ  - ảnh 2
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ
ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊີຍ
(ພາບ:VGP)


ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 15/05, ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊີຍ Vladimir Putin, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ; ລັ​ດເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຫວຽດນາມ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ຝ່າຍ​ລັດ​ເຊຍ ບົນ​ພື້ນຖານ​ການ​ພົວພັນ​ດ້ານ​ກາ​ນ​ເມືອງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແນ​ໃສ່​ເພີ່ມ​ທະວີເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງຮອບດ້ານ,. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ເວົ້າ​ວ່າ.

     “ຫວຽດນາມ ຕີ​ລາຄາ​ສູງທິດ​ສະ​ດີ​ການຕ່າງປະ​ເທດຂອງ​ສະຫະພັນ​ລັດ​ເຊຍ ​ເຊິ່ງທ່ານ​ປະທານາທິບໍດີ​​ໄດ້ເຊັ່ນ​ອະນຸມັດ​​ເມື່ອ​ເດືອນ 2 ປີ 2013. ​ໃນ​ນັ້ນ​ສືບ​ຕໍ່​ຢືນຢັນ​ວ່າ ຫວຽດນາມ ​ແມ່ນຄູ່​ຮ່ວມ​ມື​ສຳຄັນ​ຂອງ​ສະຫະພັນ​ລັດ​ເຊຍ ​ແລະ ຊຸກຍູ້​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ”.

        ສ່ວນ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢືນຢັນ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ລະຫວ່າງ 2 ປະ​ເທດ. ລັດ​ເຊຍ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ນ້ຳມັນ​​ອາຍ​ແກັດ​ຢູ່​ໄຫຼ່​ທະວີບ​ຂອງຫວຽດນາມ ຢ່າງ​ຕັ້ງໜ້າ ​ກໍຄື​ສົ່ງ​ເສີມ​ບັນດາ​ບໍລິສັດ​ຮ່ວມທຸລະ​ກິດ​ລະຫວ່າງ 2 ປະ​ເທດ​ເປີດ​ກວ້າງ​ການ​ຮ່ວມ​ມື​ຢູ່​ລັດ​ເຊຍ. ທ່ານ​ປະທານາທິບໍດີ Vladimir Putin ​ເນັ້ນ​ໜັກ​ວ່າ.

        “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ລວມທັງ​ການ​ພົວພັນ​ຮ່ວມກ່ຽວ​ກັບ​ຂົງ​ເຂດ​ພະລັງງານ, ນ້ຳມັນ​ອາຍ​​ແກັດ, ພະລັງງານ​ປະລະ​ມານູ, ຜະລິດ​ກົນ​ຈັກ ​ແລະ ​ເຕັກນິກ​ການ​ທະຫານ. ຂ້າພະ​ເຈົ້າ​ຫວັງ​ວ່າ, ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ 2 ປະ​ເທດ​ຂອງ​ພວກ​ເຮົາ ຈະ​ສືບ​ຕໍ່​ພັດທະນາບັນດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດສຳ​ເລັດ​ຜົນ”.

        2 ຝ່າຍ​ກໍ​ຈະ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ໂຄງການກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນິງທ້ວນ 1 ​ໃຫ້ຖືກ​ກັບ​ຄວາມ​ຄືບ​ໜ້າ ບົນ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ສຸດ, ຮັບປະກັນ​ຄວາມ​ປອດ​ໄພ, ມີ​ຄຸນ​ນະພາ​ບ ​ແລະ ບັນລຸ​ປະສິດທິ​ຜົນ​ສຸງສຸດ. ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ​ແລະ ທ່ານ​ປະທານາທິບໍດີ​ລັດ​ເຊຍ ​ໄດ້​ຕີລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກນິກ​ການ​ທະຫານ ​ແລະ ບາງ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ​ອີກ.

        ສິ້ນ​ສຸດ​ການ​ຢ້ຽມຢາມ, 2 ປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໂດຍ​​ເຫັນ​ດີ​ເປັນ​​ເອກະ​ພາບ​ວ່າ ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້​ໄດ້​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ