ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສິ້ນສຸດການເຂົ້າຮ່ວມ GMS 4 ແລະ ການຢ້ຽມຢາມມ້ຽນມາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສິ້ນສຸດການເຂົ້າຮ່ວມ GMS 4 ແລະ ການຢ້ຽມຢາມມ້ຽນມາ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຈລະຈາກັບທ່ານ ປະທານາທິບໍດີ Thein Sein (ພາບ:http://nguyentandung)

ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ສຳນັກງານ​ປະທານາທິບໍດີ ມ້ຽນ​ມາ ທີ່ນະຄອນຫລວງ Naypydaw, ທ່ານ​ປະທານາທິບໍດີ Thein Sein ​ແລະ ພັນ​ລະ​ຍາ​ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ພັນ​ລະ​ຍາມາ​ຢ້ຽມຢາມ​ມ້ຽນ​ມາ​ເປັນ​ທາງ​ການ​ຢ່າງ​ສົມ​ກຽດ. ພາຍຫຼັງ​ພິທີ​ຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ເຈລະຈາ ກັນ ທ່າ​ນປະທາ​ນາ​ທິບໍດີ Thein Sein. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ກຳນົດ​ທິດ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຫຼາຍ​ມາດ​ຕະການ​ຢ່າງ​ເລິກ​​ເຊິ່ງ ​ແລະ ກ້ວາງ​ຂວາງ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຫວຽດນາມ - ມ້ຽນ​ມ​າ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທາ​ນາ​ທິບໍດີ Thein Sein  ​ໄດ້​ເຫັນ​ດີ​ສືບ​ຕໍ່​ສະຫງວນ​ບຸລິມະສິດ​ໃຫ້​ແກ່ 12 ຂົງ​ເຂດທີ່​ໄດ້ລະບຸ​ໄວ້​ໃນ
ຖະ​ແຫຼ​ງການ​ຮ່ວ​ມລະຫວ່າງ 2 ປະ​ເທດ​ເມື່ອ​ເດືອນ ​ເມສາ 2010, ສຸ້ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ ຂຶ້ນ​ເປັນ 500 ລ້ານ USD ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບອຸ່ນ, ​ສົມ​ກຽດ ​ເຊິ່ງທ່ານ​ປະທານາທິບໍດີ, ລັດຖະບານ ​ແລະ ປະຊາຊົນ ມ້ຽນ​ມາ​ໄດ້​ສະຫງວນ​ໃຫ້​ແກ່​ຂ້າພະ​ເຈົ້າ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ. ຂ້າພະ​ເຈົ້າຖື​ວ່າ: ການ​ຢ້ຽມຢາມ​ນີ້ ​ແມ່ນ​ໂອກາດ​ທີ່ດີ ​ເພື່ອ​ໃຫ້​ພວກ​​ເຮົາ​ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື, ​ແລກປ່ຽນ​ບັນດາ​ທິດທາງ ​ແລະ ມາດ​ຕະການ, ພິ​ເສດ​ແມ່ນ​ໃນ 12 ຂົງ​ເຂດ​ທີ່​ໄດ້​ຮັບ​​ບຸລິມະສິດ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ແຂງ​ແຮງ​ກ່ວາ​ອີກ”

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທາ​ນາ​ທິບໍດີ Thein Sein ກໍ່​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ຢືນຢັນຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ລວມຂອງ​ອາ​ຊຽນ ​ໃນ​ການປະຕິບັດ​ຈຸດໝາຍ​ສ້າງ ປະຊາ​ຄົມ​ອາ​ຊຽນສາມັກ​ຄີ, ໝັ້ນຄົງ​​ເຂັ້ມ​ແຂງ​ໃນ​ປີ 2015 ​ໃຫ້ສຳ​ເລັດ​ຜົນ. 2 ຝ່າຍ​ເຫັນ​ດີຈະ​ສົມທົບ​ກັນ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່ນ້ຳຂອງ​ຢ່າງ​ໝັ້ນຄົງ, ສະໜັບສະໜູນ​ເລື່ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (ຫຼື DOC) ຢ່າງ​ເຂັ້ມ​ງວດ ​ແລະ ຄົບ​ຖ້ວນ, ພ້ອມ​ກັນ​ນັ້ນ​ກໍ​ສູ້​ຊົນ​ກັບ​ບັນດາ​ປະ​ເທດອາ​ຊຽນ ​ແລະ ຈີນ​ ສ້າງ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​​ເລ​ຕາ​ເວັນ​ອອກ (ຫຼື COC) ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​​ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ​​ຢູ່​ພາກ​ພື້ນ.

ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທາ​ນາ​ທິບໍດີ Thein Sein ​ໄດ້​​ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ ຮ່ວມ​ມື​ໃນ​ຂົງ​ເຂດ ກະສິກ​ຳ ​ແລະ ພັດທະນາ​ຊົນນະບົດ​ລະຫວ່າງ ກະຊວງ​ກະສິກຳ 2 ປະ​ເທດ, ບົດ​ບັນທຶກກ່ຽວ​ກັບ​ການຊ່ວຍ​ເຫຼືອ​ລ້າ​ດ້ານ​ເຕັກນິກທີ່​ມີ​ມູນ​ຄ່າ 2 ​ແສນ 5 ໝື່ນ USDຂອງ​ທະນາຄານ​ລົງທຶນ​ພັດທະນາ​ຫວຽດນາມ BIDV ​ໃຫ້​ແກ່​ກະຊວງ​ກະສິກຳ ​ແລະ ຊົນລະປະທານມ້ຽນ​ມາ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ພັນ​ລະ​ຍາ ພ້​ອມ ກັບ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ​ໄດ້​ອອກ​ຈາກ​ນະຄອນຫລວງ Naypydaw ກັບ​​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ​​ເປີດ​ກ້ວາງ​ຄັ້ງ​ທີ່ 4 ​ແລະ ການຢ້ຽມຢາມ​ມ້ຽນ​ມາຢ່າງ​ເປັນ​ທາງ​ການ.

 

ຂ່າວ/ບົດ​ອື່ນ