ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ຫວຽດນາມຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອີຢູ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ຫວຽດນາມຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອີຢູ - ảnh 1
(ໜັງສືພິມ​ເອ​ເລກ​ໂຕ​ນິກ New Europe)

(vovworld) - ວັນ​ທີ 14/10, ໜັງສືພິມ​ເອ​ເລກ​ໂຕ​ນິກ New Europe ຂອງ​ແບນ​ຊິກ ​ໄດ້​ແນະນຳ​ບົດ​ສຳພາດ​ຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ໋ນຢຸງ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານມາ​ຢ້ຽມຢາມ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ) ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12-14/10 ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດນາມ ​ຍິນ​ດີ​ຕ້ອນຮັບ​ທຸກ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື“. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໃຫ້​ຮູ້​ວ່າ, ທ່ານ​ຢາກ​ສົ່ງ​ເຖິງ​ອີ​ຢູ​ສານ​ທີ່​ວ່າ “ຫວຽດນາມ​ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ອີ​ຢູ“. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ອີ​ຢູ​ ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ, ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ການ​ຮ່ວມ​ມື​ພັດທະນາ ​ແລະ ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ຢ່າງ​ເປັນ​ທາງ​ການ ​ແລະ ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ ນັບ​ແຕ່​ປີ 2012 ນັ້ນ​, ແມ່ນ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ສຳຄັນ​ສຳລັບ​ການ​ພົວພັນ​ຫວຽດນາມ - ອີ​ຢູ.

        ກ່ຽວ​ກັບ​ບັນຫາ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ​ແລະ ຊັບຊ້ອນ​ບັນດາ​ວິ​ສາ​ຫະກິດ​ຄືນ​ໃໝ່, ສ້າງ​ເງື່ອນ​ໄຂ​ຮຽກຮ້ອງ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ປະຈຸ​ບັນ, ຫວຽດນາມ ​ພວມ​ຕັ້ງໜ້າ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບບັນດາ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ຫວຽດນາມ​ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຊື້​ໃບ​ຫຸ້ນ. ຍິ່ງ​ກວ່າ​ນັ້ນ, ຫວຽດນາມ​ ຈະ​ດຳ​ເນີນ​ບັນດາ​ມາດ​ຕະການ​ເໝາະ​ສົມ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ດ້ວຍ​ການ​ສ້າງ​ເງື່ອນ​ໄຂ​ສະ​ເໝີ​ພາບ​ໃຫ້​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ