ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ: ຫວຽດນາມເດັດດ່ຽວ ປົກປັກຮັກສາອະທິ ປະໄຕແລະ ຜົນປະ ໂຫຍດທີ່ຊອບທຳ


ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ: ຫວຽດນາມເດັດດ່ຽວ ປົກປັກຮັກສາອະທິ ປະໄຕແລະ ຜົນປະ ໂຫຍດທີ່ຊອບທຳ - ảnh 1

(ພາບ: vov)

(vovworld)- ວັນ​ທີ 11/5, ​ໃນ​ຂອບ​ເຂດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 24​, ທ່າ​ນນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ອອກສຽງ​ທາງ​ການ​ກ່ຽວ​ກັບ​ການ​ກະທຳ​​ອັນ​ຕະລາຍ​ທີ່​ສຸດຂອງ​ຈີນ ຊື່ງ​ໄດ້ ​ແລະ ພວມ​ນາບ​ຂູ່​​ໂດຍ​ກົງເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ, ຄວາມ​ສະຫງົບ​ປອດ​ໄພການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່າ​ນນາ ຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ: ​ແຕ່​ວັນ​ທີ 1/5, ຈີນ​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນນ້ຳ​ເລິກ​ພ້ອມ​ກັບ​ກຳ​ປັ່ນປະກອບ​ອາວຸດ, ກຳ​ປັ່ນ​ທະຫານ ​ແລະ ​ເຮືອບິນ​ຫນູນຫຼັງກ່ວາ 80 ລຳ​ເຂົ້າ​ເຂ​ດທະ​ເລ​ຫວຽດນາມ ຢ່າງ​ບັງອາດ ​ແລະ ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ນີ້​ຢູ່​ທີ່​ຕັ້ງ​ເລິກ​ກ່ວາ 80 ​ໄມ​ລະ​ເລ​ໃນ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດຈຳ​ເພາະຂອງ​ຫວຽດນາມ ຕາມ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ທ່າ​ນນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ:

   “ຫວຽດນາມ​ມີ​ຄວາມ​ລະງັບ​ໃຈ​ທີ່​ສຸດ, ສະ​ແດງທຸກໆ​ເຈດ​ຕະນາ​ດີ, ນຳ​ໃຊ້​ທຸກ​ຊ່ອງ​ເຈລະຈາ, ພົວພັນ​ກັບ​ຂັ້ນຕ່າງໆ​ຂອງ​ຈີນ​ ເພື່ອ​ຄັດຄ້ານ​ຈີນ ​ແລະ​ ຮຽກຮ້ອງ​ໃຫ້​ຈີນ ຈົ່ງຖອນ​ຮ້ານ​ເຈາະນ້ຳມັນ ​ແລະ ບັນດາກຳ​ປັ່ນ​ປະກອບ​ອາວຸດ, ກຳ​ປັ່ນ​ທະຫານ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ​ ໂດຍ​ທັນທີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ຈີນບໍ່​ພຽງ​​ແຕ່​ບໍ່​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ອັນ​ຊອບ​ທຳ​ຂອງ​ຫວຽດນາມ ຫາກ​ຍັງ​ຕູ່​ຫາ, ຖີ້ມ​ໂທດ​ໃຫ້​ແກ່​ຫວຽດນາມ ​ແລະ ສືບ​ຕໍ່​ເພີ່ມ​ບັນດາ​ການ​ກະທຳ​ລະ​ເມີດ​ນັບ​ມື້​ນັບ​ອັນຕະລາຍ ​ແລະ ໜັກໜ່ວງ​ກ່ວາ. ຫວຽດນາມ​ ຄັດຄ້ານ​ບັນດາ​ການ​ກະທຳ​ລະ​ເມີດ ​ແລະ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ“.

  ປະຊາຊົນ​ຫວຽດນາມ​ເຫັນ​ດີ​ກັບ​ເນື້ອ​ໃນ​ບົດ​ກ່າວ​ໄປາ​ໄສ​ຂອງທ່າ​ນນາຍົກລັດຖະ ມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ​ ຢູ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 24

    ພາຍ​ຫລັງ​ໄດ້​ຮັບ​ຟັງ​ບົດ​ກ່າວ​ປາ​ໄສຂອງທ່າ​ນນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ​ ຢູ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 24, ປະຊາຊົນ​ນະຄອນ​ດ່າ​ນັງ​ ໄດ້​ເຫັນ​ດີ​ກັບ​ເນື້ອ​ໃນ​ບົດ​ກ່າວ​ປາ​ໄສ. ທ່ານ​ໂງ​ຕວນແອ​ງ, ອາຈານ​ມະຫາ​ວິທະຍາ​ໄລ​ດ່າ​ນັງຖື​ວ່າ:

   “ນີ້​ແມ່ນ​ບົດກ່າ​ວປາ​ໄສ​ຢ່າງ​ກົງ​ໄປ​ກົງ​ມາ, ສະ​​ແດງ​ ທັດສະນະ​ຂອງ​ລັດ​ຫວຽດ ນາມ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກຢ່າ​ງຈະແຈ້ງ​; ຮຽກຮ້ອງ​​ໃຫ້ຫາງ​ສຽງ​ສາກົນ​ຈ່ົງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນີ້ ​ແລະ ຊີ້​ແຈ້ງ​ຄວາມ​ຜິດພາດ​ຂອງ​ຈີນ. ພ້ອມ​ກັນນັ້ນກໍ່​ຫວັງ​ວ່າ, ​ເພື່ອນ​ມິດກໍ່​ຄື​ຫາງ​ສຽງ​ໂລກ​ກໍ່​ຈະ​ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ອອກໂດຍ​ໄວ ​ແລະ ບໍ່​ ມີ​ການ​ກະທຳ​​ເກາະ​ຜິດບົນ​ທະ​ເລ​ຂອງ​ຫວຽດນາມ​ອີກ“./.

ຂ່າວ/ບົດ​ອື່ນ