ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຢູ່ລາວ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຢູ່ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ເຂົ້າຮ່ວມກອປະຊຸມ CLV 7
(ພາບ: chinhphu.vn)


(vovworld) -  ໂດຍ​ສືບ​ຕໍ່​ການ​ເຂົ້າ​ຮ່ວມ​ບັນດາກອງ​ປະຊຸມສຸດ​ຍອດ​ຢູ່​ນະຄອນຫຼວງວຽງ​ຈັນ, ຕອນ​ເຊົ້າ​ວັນ​ທີ 13/03, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ນາຍົກລັດຖະມົນຕີບັນດາປະ​ເທດ ກຳປູ​ເຈຍ, ​ໄທ, ຮອງ​ປະທານາທິບໍດີ​ມຽນ​ມາ ​ແລະ ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ Ayeyawadi – Chao Phraya – Mekong ຄັ້ງ​ທີ 5 (ACMECS 5). ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຖື​ວ່າ: ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ຕັ້ງໜ້າ​ ຄວາມ​ຈິ່ງ​ແລ້ວ​ຍັງ​ມີ​ບັນດາ​ໂຄງການ​ຮ່ວມ​ມື ACMECS ບໍ່​ສາມາດ​ປະຕິບັດ​ໄດ້ ຫຼື ຜັນ​ຂະຫຍາຍ​ຢ່າງ​ຊັກ​ຊ້າ​ດ້ວຍ​ປະສິດທິ​ຜົນ​ບໍ່​ສູງ. ທ່ານ​ນາຍົກລັຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

“​ເພື່ອ​ໃຫ້ ACMECS ​ເສີມຂະຫຍາຍ​ໄດ້​ຄວາມ​ສາມາດ​ບົ່ມຊ້ອນ​ຂອງ​ຕົນ​ຢ່າງ​ແທ້​ຈິງ ​ແລະ ສວມ​ບົດບາດ​ສຳຄັນ​ໃນ​ວິວັດ​ການ​​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ກໍ​ຄື​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ຂ້າພະ​ເຈົ້າ​ຖື​ວ່າ ການ​ຮ່ວມ​ມື ACMECS ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ມຸ່ງ​ໄປ​ເຖິງ 3 ຈຸດໝາຍ​ຕົ້ນ​ຕໍ່​ນັ້ນ​ແມ່ນ: ທີ​ໜຶ່ງ​ແມ່ນ​ເພີ່ມລັກສະນະ​ແກ່ງ​ແຍ້​ງຂອງ​ບັນດາ​ປະ​ເທດສະມ​າຊິກ ບົນ​ພື້ນຖານ​ເຊື່ອມ​ຕໍ່​ຕະຫຼາດ, ສ້າງ​ລະບົບ​ສະໜອງສິນຄ້າ ແລະ ຜະລິດ​ຕະພັນ​ໃນ​ພາກ​ພື້ນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ. ທີ 2 ​ແມ່ນ ໜູນ​ຊ່ວຍ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ທີ 3 ​ແມ່ນ, ຕ້ອງ​ຮັບປະກັນ​ການ​ພັດທະນາ​ແບບຍືນຍົງຂອງ​ພາກ​ພື້ນ”.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຖື​ວ່າ ບັນດາ​ໂຄງການ​ຮ່ວມ​ມື ACMECS ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບາງ​ບັນຫາ​ຕົ້ນ​ຕໍ່​ທີ່​ກຽວ​ຂ້ອງ​ເຖິງ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ; ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ພາກ​ພື້ນ​ຫຼາຍກວ່າ​ອີກ ດ້ວຍ​ຈຸດ​ສຸມ​ແມ່ນ​ພັດທະນາ​ບັນດາ​ແລວ​ເສດຖະກິດ ​ແລະ ບັນດາ​ເສັ້ນທາງ​ຄົມມະນາຄົມ​ລະຫວ່າງ​ຊາດ, ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ການ​ຂົງສົ່ງດ້ວຍຍານພາຫະນະ​​ຫຼາຍປະເພດ ທີ່​ເຊື່ອມ​ຕໍ່​ບັນດາ​ເສັ້ນທາງ​ຄົມ​ມະ​ນາ​ຄົມ.

ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ອະນາຄົດ​ຂອງ ACMECS, ບັນດາ​ການ​ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ວຽງ​ຈັນ ​ແລະ ​​ໂຄງການ​ເຄື່ອນ​ໄຫວ ACMECS ​ໄລຍະ 2013 – 2015 ​ແລະ ປະຕິບັດ​ແຜນ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ.

​ແລະ​ກໍ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ​ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ​ໄທ ຍິງ​ຣັກ ຊິນ​ນະ​ວັດ ​ແລະ ທ່ານ​ຮອງ​ປະທານາທິບໍດີ​ມຽນມາ Sai Mauk Kham.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ​ໄທ ຍິງ​ຣັກ ຊິນ​ນະ​ວັດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຊີ້​ນຳ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ກໍ​ສ້າງ​ທິດ​ທາງ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ​ໄທ ​ແລະ ຊຸກຍູ້​ກົນ​ໄກ​ປະຊຸມ​ຄະນະ​ກຳມະການ​ປະສົມ 2 ຝ່າຍ ​ໃນ​ປີ 2013 ນີ້. ນາຍົດລັດຖະມົນຕີ 2 ທ່ານ ກໍ​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບປະກັນ​ແຫຼ່ງນ້ຳ​ແມ່​ນ້ຳຂອງ, ກໍ​ຄື​ເຫັນ​ດີ​ກ່ຽວ​ກັບ​ການ​ສົມທົບ​ກັນ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນລວມຂອງ​ອາ​ຊຽນ ຄື​ດັ່ງ​ທີ່​ໄດ້​ຍົກ​ອອກ​ໃນ​ຖະ​ແຫຼ່ງການ 6 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

​ໃນ​ການ​ຕ້ອນຮັບ​ທ່ານຮອງ​ປະທານາທິບໍດີ​ມຽນມາ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີຍ​ຢຸງ ​ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ມຽນມາ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ກໍ​ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ​ເພື່ອ​ໃຫ້​ມຽນມາ ຮັບບົດບາດ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2014 ​ໃຫ້ສຳ​ເລັດ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ມຽນມາ​ຈະ​ກາຍ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມາທິການ​ແມ່​ນ້ຳຂອງສາກົນ ​ໂດຍ​ໄວ. ການ​ນຳ 2 ທ່ານ ​ໄດ້​ເຫ​ັນດີ​ເປັນ​ເອກະ​ພາບ​ນ​ຳກັນ​ວ່າ ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຄະນະ ​ແລະ ກາ​ນພົບ​ປະ​ຂັ້ນ​ສູງ, ​ເປີດ​ກວ່າ​ງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ​ແລະ ການ​ພົວພັນ​ແລກປ່ຽນ​ປະຊາຊົນ; ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ເຊິ່ງບັນລຸ​ໄດ້ຢ່າງຕັ້ງໜ້າ, ສູ້ຊົນບັນລຸ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຢ່າງ​ໜ້ອຍ​ແມ່ນ 500 ລ້ານ USD ​ໃນ​ປີ 2015.

​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ຢູ່ວຽງ​ຈັນ ​ໄດ້​ສິ້ນ​ສຸດ​ລົງຢ່າງ​ຈົບງາມ, ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງທາງ​ພາກ​ເໜືອ​ຂອງ​ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ