ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຄື່ອນໄຫວຢ້ຽມຢາມວໍຊິງຕັນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຄື່ອນໄຫວຢ້ຽມຢາມວໍຊິງຕັນ - ảnh 1
ການ​ຕ້ອນຮັບ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຢູ່​ສະໜາມ​ບິນ​ການ​ທະຫານ Andrew
(ພາບ: VGP)


(vovworld) - ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​ດນາມ ​ເລີ່​ມ​ເຂົ້າຮ່ວມວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງສະມັດ​ຊາ​ໃຫຍ່​ສະ​ຫະປະຊາ​ຊາດຊຸດ​ທີ 68 ຢູ່​ອາ​ເມ​ລິ​ກາ ​ໃນ​ລະຫວ່າງ​ວັນ​ທີ 27 – 28 ກັນຍາ. ທີ່​ການ​ຕ້ອນຮັບ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ສະໜາມ​ບິນ​ການ​ທະຫານ Andrew ​ໃນ​ຕອນ​ຄໍ່າ​ວັນ​ທີ 27 ກັນຍາ (ຕາມ​ເວລາ​ຫວຽດນາມ) ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ Scott Marciel, ຮອງ​ຜູ້​ຊ່ວຍວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທ​ອາ​ເມ​ລິ​ກາ, ຜູ້​ບັນຊາ​ການສະໜາມ​ບິນ Andrew ທ່ານ Larry Riddick, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ຶອງ, ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ.

        ພາຍຫຼັງ​​ໄປ​ຮອດ​ນະຄອນຫຼວງ ວໍ​ຊິງ​ເຕັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ 2 ຝ່າຍຕ່າງໆ​ກັບ​ການ​ນຳ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ທະນາຄານ​ໂລກ, ຜູ້ຕາງໜ້າ​ການ​ຄ້າ​ອາ​ເມ​ລິ​ກາ ​ແລະ ການ​ນຳ​ກອງ​ທຶນ​ເງິນຕາ​ສາກົນ IMF.

ທີ່​ການ​ຕ້ອນຮັບ​ປະທານ​ທະນາ​ຄານ​ໂລກ (WB) Jim Yong Kim, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຕີ​ລາຄາ​ສູງ​ເລື່ອງ​ຄະນະ​ການ​ນຳ WB ​ເຫັນ​ດີນຳ​ຫວຽດນາມ ​ເຂົ້າບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ແຫຼ່ງທຶນ​ບຸລິມະສິດ​ໃນ 3 ປີ​ຂ້າງ​ໜ້າ (2014-2017) ພ້ອມ​ທັງ​ຕີ​ລາຄາ​ສູງ​ເລື່ອງ WB ພວມ​ມານະ​ພະຍາຍາມ​ເຈລະຈາ, ​ເກັ້ຍກ່ອມ​ບັນດາ​ນັກ​ອຸປະຖຳ​ເພື່ອ​ລະດົມ​ແຫຼ່ງທຶນ​ໃຫ້​ແກ່​ສະຫະ​ສະມາຄົມ​ພັດທະນາ​ສາກົນ (IDA). ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢືນຢັນ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ຂອງ WB ທີ່​ມີ​ຕໍ່ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ປະທານ WB Jim Yong Kim ຢືນຢັນ​ວ່າ WB ຈະສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ພັດທະນາ ​ແລະ ​ໃຫ້​ຮູ້​ວ່າ: WB ສືບ​ຕໍ່​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ໜູນ​ຊ່ວຍ​ຫວຽດນາມ ສຳ​ພັດ​ກັບ​ແຫຼ່ງທຶນ IDA 2014-2017, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ດ້ານ​ທຶນຮອນ​ໃຫ້​ບັນດາ​ໂຄງການ, ທີ່​ປຶກສາ​ນະ​ໂຍບາຍ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ…

  ​ໃນ​ການ​ຕ້ອນຮັບ​ທ່ານ Christine Largarde, ຜູ້ອຳນວຍການ​ໃຫ່ຍ​ກອງ​ທຶນ​ເງິນຕາ​ສາ​ກົນ (IMF), ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຕີ​ລາຄາ​ສູງ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຂອງ IMF ສະຫງວນ​ໃຫ້​ແກ່​ຫວຽດນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ທ່ານ​ສະ​ເໜີ​ໃຫ້ IMF ສືບ​ຕໍ່​ສົມທົບ​ກັບ​ລັດຖະບານ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຍົກ​ອອກ​ບັນດາ​ການ​ຕີ​ລາຄາ, ​ສະ​ເໜີ​ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້; ​ເພີ່ມ​ທະວີ​ການ​ໃຫ້​ຄຳປຶກສາ, ​ໂອ້​ລົມ​ສົນທະນາ​ນະ​ໂຍຍາຍ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ແກ່​ຫວຽດນາມ. ສ່ວນຜູ້ອຳນວຍການ​ໃຫ່ຍ​ກອງ​ທຶນ​ເງິນຕາ​ສາ​ກົນ Christine Largarde ຢືນຢັນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ແລະ ​ເຊື່ອໝັ້ນວ່າ, ດ້ວຍ​ບັນດາ​ມາດ​ຕະການ​ຮອບດ້ານ​ຄື​ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ຫວຽດນາມ ຈະ​ຜ່ານ​ຜ່າບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ເສດຖະກິດ​ມະຫາ​ພາກ.   

        ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ Penny Pritzker ​ແລະ ຜູ້ຕາງໜ້າ​ການ​ຄ້າ​ອາ​ເມ​ລິ​ກາ Michael Froman ລ້ວນ​ແຕ່​ຢືນຢັນຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍູ້​​ໄວ​ວິວັດ​ການ​ເຈລະຈາ​ສັນຍາ​ຮ່ວມ​ມື ຄູ່ຮ່ວມ​ມື​ເສດຖະກິດ​ເຂດ​ປາຊີ​ຝີ​ກ (TPP) ກັບ​ຫວຽດນາມ ກໍ່​ຄື​ກັບ​ຄູ່​ຮ່ວມ​ມື​ອື່ນໆ ​ເພື່ອ​ສາມາດ​ສຳ​ເລັດ​ສັນຍາ​ນີ້​ໂດຍ​ໄວ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ແມ່ນ​ຊຸກຍູ້​ການ​ເຈລະຈາ​​ທີ່​ໄດ້​ລະບຸ​ໄວ້ໃນ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ 2 ປະ​ເທດ​​ເມື່ອ​ປີ 2012, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ເຈລະຈາ​ອື່ນໆ ​ເພື່ອ​ສິ້ນ​ສຸດ ​ແລະ ລົງ​ນາມ​ໃນ​ສັນຍາ TPP ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ, ພ້ອມ​ທັງ​ສະ​ເໜີ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ມີໄຫວ​ພິບ​ທີ່​ຈຳ​ເປັນ​ໃຫ້​ແກ່​ຫວຽດນາມ ​ໃນ​ວິວັດ​ການ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຊົມ​ເຊີຍ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ປະກາດ​ຫວຽດນາມ ບໍ່ອຸດ​ໜູນສຳລັບ​ຜະລິດ​ຕະພັນ​ກຸ້ງ​, ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ຮັບຮອງ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ, ຢຸດຕິ​ການ​ສືບສວນ​ສຳລັບ 12 ກໍລະນີການ​ແກ່ງ​ແຍ້ງດ້ານການ​ຄ້າ​ກັບ​ຫວຽດນາມ. ບັນດາ​ລັດຖະມົນຕີ​ອາ​ເມ​ລິ​ກາ ໄດ້​ຮັບ​ຮູ້​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ທີ່​ການ​ພົບ​ປະ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ຕັ້ງ​ໜ້າ​ພິຈາລະ​ນາ​​ເພື່ອ​​ມີ​ບັນດາ​ມາດ​ຕະການ​ທີ່ເໝາະ​ສົມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ