ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
​ໄປ​ຮອດ​ນະຄອນຫຼວງ​ປາຣີ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສ.ຝລັ່ງ
(ພາບ: TTXVN)


(vovworld) - ​​ຕອນ​ເຊົ້າ​ວັນ​ທີ 24 ກັນຍາ, ຕາມ​ເວລາ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ​ປາຣີ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສ.ຝລັ່ງ ​​​ໃນເວລາ 3 ວັນ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຝລັ່ງ Jean Marc Ayrault. ອອກຕ້ອນຮັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢູ່​ສະໜາມ​ບິນ​ສາກົນ, ນະຄອນຫຼວງ​ປາຣີ ມີ​ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດຝລັ່ງ, ​ຜູ້​ວ່າການ​ເຂດ Val de Marne, ​ເອກ​ອັກຄະ​ລັດຖະທູດ​ຝລັ່ງປະຈຳ​ຫວຽດນາມ, ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ​ຝລັ່ງ ພ້ອມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ເປັນ​ຈຳນວນ​ຫຼາຍ ​ແລະ ບັນດາ​ອົງການຕາງໜ້າຫວຽດນາມ​ປະຈຳ​ຝລັ່ງ, ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ຢູ່​ຝລັ່ງ. ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ວັງ Invalides. ການ​ຢ້ຽມຢາມ​ຝລັ່ງ ຄັ້ງ​ນີ້ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ 2 ປະ​ເທດ​ພວມ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອ​ນ​ໄຫວສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ​ແລະ ​ໃນ​ຈຸດ​ເວລາ​ທີ່​ການ​ພົວພັນ 2 ປະ​ເທດ​ພວມ​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຝລັ່ງ.

   ​ແລະ ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດ​ແຖບ​ຜ້າ​ເປີດ​ສຳນັກງານ​ໃໝ່​ຂອງ​ສະຖານທູດ​ຫວຽດນາມ​ປະຈຳ​ຝະລັງ​ທີ່ນະຄອນຫຼວງ​ປາຣີ. ​ເມື່ອ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ ສະຖານທູດ​ຫວຽດນາມ​ປະຈຳ​ຝະລັງ ​ແລະ ຜູ້ຕາງໜ້າ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຝະລັງ, ພາຍຫຼັງ​​ແຈ້ງ​ໃຫ້​ຊາບ​ສະພາບ​ການ​ເສດຖະກິດ, ສັງຄົມ, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ໄລຍະ 5 ປີ​ມາ​ນີ້, ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ, ຂອງ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກ​ເວົ້າ​ລວມ ​ແລະ ຢູ່​ຝະລັງ​ເວົ້າ​ສະ​ເພາະ.

     ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນຊາ​ດຝະລັງ, ການ​ນຳ​ພັກ​ກອມ​ມູນິດ​ຝະລັງ ​ແລະ ການ​ນຳ​ສະມາຄົມ​ມິດຕະພາບ​ຝະລັງ-ຫວຽດນາມ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຝລັ່ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ພ້ອມ​ກັບ​ບັນດາ​ກາ​ນຳ​ຝລັ່ງ ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​​ເຮັດ​ມ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປ​ະ​ເທດ​ປະກົດ​ຜົນ​ເປັນ​ຈິງ, ​ໂດຍ​ສະ​ເພາະ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ການ​ຄ້າ, ການ​ລົງທຶນ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລລີ, ການ​ສຶກສາ, ບຳລຸ​ງສ້າງ ​ແລະ ວັດທະນະທຳ, ການທ່​​ອງທ່ຽວ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ