ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ກູບາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ກູບາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
​ພົບ​ປະ​ກັບ​​ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ສ.ກູ​ບາ
(ພາບ: Chinhphu.vn)


(vovworld) - ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສ.ກູ​ບາ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ສ.ກູ​ບາ Raul Castro Ruz, ຕອນ​ເຊົ້າ​ວັນ​ທີ 27/03 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ, ຢ້ຽມຢາມ​ສະ​ຖາ​ບັນ​ກູ​ບາ​ມິດຕະພາບ​ກັບ​ປະຊາ​ຊາດ (ICAP) ​ແລະ ສະມາຄົມ​ມິດຕະພາບ​ກູ​ບາ - ຫວຽດນາມ, ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ປະ​ທານ​ໂຮ່ຈິ​ມິນ, ຢ້ຽມຢາມ​ສະຖານທູດຫວຽດນາມປະຈຳ​ກູ​ບາ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່​າວັນ​ທີ 26/03, ພາຍຫຼັງ​ເດີນທາງ​​ໄປ​ຮອດ​ກູ​ບາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໄປວາງ​ພວງມາລາ​ຢູ່​ອານຸສາ​ວະລີ Jose Marti ຢູ່​ນະຄອນຫຼວງ La Habana, ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ສ.ກູ​ບາ Miguel Diaz Canel Bermudez.

        ທີ່​ການ​ພົບ​ປະ, ການ​ນຳ 2 ທ່ານ​ໄດ້​ປຶກສາ​ຫາລື​ບາງ​ມາດ​ຕະການ​ເພື່ອ​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດໃນ​ໄລຍະ​ຈະ​ມາ​ເຖິງສືບ​ຕໍ່​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​, ​ໃນ​ນັ້ນໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການທາ​ບທາມ​ຄວາມ​ເຫັນ ​ແລະ ການຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ໜູນ​ຊ່ວຍ​ກູ​ບາ ​ໃນ​ບັນດາ​ຂົງ​ເຂ​ດ​ເຊິ່ງຫວຽດນາມ​ ມີ​ທ່າ​ແຮງ ​ແລະ ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ຕົນ.

        ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ທ່ານ​ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ສ.ກູ​ບາ Miguel Diaz Canel Bermudez ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ກູ​ບາ ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະຫງວນ​ແຫຼ່ງກຳລັງ​ເພື່ອ​ຜັນ​ຂະ​ຫຍາ​ຍ​ໄລຍະ 2 ຂອງ​ແຜນການ​ພັ​ດທະນາສາລີ, ໝາກ​ຖົ່ວ​​ເຫຼືອ​ງ  ​ແລະ ​ໂຄງການ​ໜູນ​ຊ່ວຍ​ພັດທະ​ນາ​ການ​ລ້ຽງ​ປູກສິນ​ໃນ​ນ້ຳ, ພ້ອມ​ທັງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການພັດທະ​ນາ​ຕົ້ນ​ກາ​ເຟ.

        ການ​ນຳ 2 ທ່ານ ກໍ່​ປຶກສາ​ຫາລື​ບາງ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການພົວພັນ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ ​ແລະ ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ, ນ້ຳມັນ​ອາຍ​​​​​ແກດ, ກໍ່ສ້າງ, ທ່ອງ​ທ່ຽວ...

ຂ່າວ/ບົດ​ອື່ນ