ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບການນຳແຂວງຫາຍເຢືອງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບການນຳແຂວງຫາຍເຢືອງ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຫາຍ​ເຢືອງ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 02 ສິງຫາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຫາຍ​ເຢືອງ ກ່ຽວ​ກັບ​ສະພາບ​​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ບັນດາ​ຜົນງານ​ເຊິ່ງ​ແຂວງ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ ແມ່ນ​ພື້ນຖານ​ເພື່ອ​ໃຫ້​ແຂວງ​ຫາຍ​ເຢືອງ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ. ບົນ​ພື້ນຖານ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຂອງ​ທ້ອງ​ຖິ່ນ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​​ໃຫ້ການ​ນຳ​ແຂວງ​ຫາຍ​ເຢືອງ ຕ້ອງ​ປະຕິ​ບັດ​ການ​​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຕາມ​ທິດ​ຍົກ​ສູງສະມັດຕະພາບ, ຄຸນະພາບ, ກຳລັງ​ແກ່ງ​ແຍ້ງ​ຂອງ​ຜະລິດ​ຕະພັນ​ສິ້ນ​ຄ້າ ​ແລະ ການ​ບໍລິການຢ່າງ​ຂ້ຽວຂາດ. ສຳລັບ​ກະສິກຳ, ຕ້ອງ​ພັດທະ​ນາ​ຕາມ​ທິດ​ຂອບຂະໜາດໃຫຍ່,ມີການຮ່ວມສຳພັນຢ່າງແໜ້ນແຟ້ນໃນການ​ຜະລິດ​ ຕິດ​ພັນ​ກັບ​ອຸດສາຫະກຳ, ປຸງ​ແຕ່ງ, ນ້ຳ​ໃຊ້​​ວິທະຍາສາດເຕັກນິກ​ເຂົ້າ​ໃນ​ການ​ປູກຝັງ, ລ້ຽນສັດ, ພ້ອມທັງ​ຍູ້​ແຮງ​ການ​ເຄືອນໄຫວສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ​ເປີດ​ກວ້າງ ​ແລ​ະ ພັດທະນາ​ຕະຫຼາດ​ຈຳນ່າຍສິນ​ຄ້າ... ທ່ານ​ນາຍົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ ກໍ່​ໃສ່​​ໃຈວ່າ ແຂວງ​ຫາຍ​​ເຢືອງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ, ຖື​ວຽກ​ງານ​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ເປັນ​ສຳ​ຄັນກວ່າ​ອີກ; ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ເບິ່ງ​ແຍງດູແລ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ​ລົງຢ່າງວ່ອງ​ໄວ...
ຂ່າວ/ບົດ​ອື່ນ