ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກຢູ່ແຂວງນີງທ້ວນ

ຕອນ​ເຊົ້າ​ວັນ​ທີ 10/12, ຢູ່ ນະຄອນ ຟານຣາງ, ທາ​ບຈ່າມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະກາດ​ການວາງ​ແຜນ​ກຳນົດ​ສັງ​ລວມການ​ພັດທະນາ​ເສດຖະກິດ ສັງຄົມ ​ແຂວງ ນີງທ້ວນ ຮອດ​ປີ 2020. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງຕໍ່​ເລື່ອງ​​ແຂວງ ນີງທ້ວນ ​ໄດ້​ສ້າງ​ການ​ວາງ​ແຜນ​ກຳນົດ​ສັງ​ລວມພັດທະນາ​ເສດຖະກິດ ສັງຄົມ ດ້ວຍ​ວິ​ໄສ​ທັດ ​ແລະ ຍຸດ​ທະ​ສາດ​ຢ່າງ​ຈະ​ແຈ້ງ, ພ້ອມ​ທັງ​ຈັດ​ຕັ້ງ​ປະກາດການວາງ​ແຜນ​ກຳນົດ ​ແລະ ສົ່ງ​ເສີມ​ການ​ລົງທຶນ ​ເພື່ອ​ລະດົມ​ແຫ​ລ່ງກຳລັງ​ເພື່ອ​ປະຕິບັດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ ​ເຖິງ​ວ່າ​ໃນ​ພາຍ​ພາກ​ຫນ້າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​​ກໍ​ຕາມ ​ແຕ່​ແຂວງ ນີງທ້ວນມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ແລະ ກາລະ​ໂອກາດ​​ເພື່ອ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ​ພະລັງງານ, ບໍລິການການທ່ອງທ່ຽວ, ກະສິກຳ, ລ້ຽງ​ປູກ ​ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ສິນ​ທະ​ເລ ​ແລະ ບັນດາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ສຳຄັນ​ ​ແລະ ທັນ​ສະ​ໄຫມ ພວມ ​ແລະ ຈະ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ. ພິ​ເສດ ​ແຂວງ​ນີງທ້ວນ​​ແມ່ນ​ສະຖານ​ທີ່​ໄດ້​ຮັບ​ເລືອກ​ເພື່ອ​ລົງທຶນ​ກໍ່ສ້າງ ​ໂຮງງານ​ໄຟຟ້າ​ນິວ​ເຄຼຍສອງ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ 16 ຕຶ້​ໂດ​ລາ​ສະຫະລັດ ດ້ວຍ​ເຕັກ​ໂນ​ໂລ​ຊີ​ກ້າວຫນ້າ​ທີ່​ສຸດ ​ແລະ ປອດ​ໄພ​ທີ່​ສຸດ​ຢູ່​ໃນ​ໂລກ. ນີ້​ແມ່ນ​ກາລະ​ໂອກາດ​ດີ ​ເພື່ອ​ໃຫ້​ແຂວງ ນີງທ້ວນສ້າງ​ບາດກ້າວ​ບຸກທະ​ລຸ​ໃນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.“

ຕອບກັບ

ຂ່າວ/ບົດ​ອື່ນ