ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງພົບປະກັບຊາວຫວຽດນາມຢູ່ຝລັ່ງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງພົບປະກັບຊາວຫວຽດນາມຢູ່ຝລັ່ງ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ພົບປະກັບຊາວຫວຽດນາມຢູ່ຝລັ່ງ)

(vovworld) -​ ໃນ​ຂອບ​ເຂດ​ການ​ໄປ​ປະຕິບັດ​ງານ​ຢູ່​ຝລັ່ງ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ໂລກ COP 21, ຕອນ​ຄຳ​ວັນ​ທີ 29/11, ຕາມ​ເວລາ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້ພົບ​ປະ​, ​ໂອ້​ລົມ​ກັບ​ຊາວ​ຫວຽດນາມ ​ແລະ ພະນັກ​ງານ​ຕາງໜ້າ​ຂອງ​ຫວຽດນາມ​ຢູ່​ຝລັ່ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ພັກ, ລັດ, ລັດຖະບານ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຊາວ​ຫວຽດນາມ 4 ລ້ານ​ກວ່າ​ຄົນ​ທີ່​ພວມ​ດຳລົງ​ຊີວິດ​ຢູ່ປະມານ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ຖື​ວ່າ​ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາດ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ:

“ການ​ນຳ​ພັກ, ລັດ, ລັດຖະບານ, ການ​ນຳ​ທ້ອງ​ຖີ່​ນ, ປະຊາຊົນ​ພາຍ​ໃນ​ປະ​ເທດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຄິດ​ຮອດ​ຄິດ​ເຖິງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ພວກ​ຂ້າພະ​ເຈົ້າ​ແບ່ງປັນ ​ແລະ ຫວັງ​ວ່າ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ ຈະ​ສາມັກຄີ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສະໜັບສະໜູນ​ກັນ, ​ເຊື່ອມ​ໂຍງ, ປະກອບສ່ວນ​ໃຫ້​ປະ​ເທດ​ປະຈຳ​ຖີ່​ນ ​ກໍ່​ຄືການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ​ ກັບປະ​ເທດ​ປະຈຳ​ຖີ່​ນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ປະ​ເທດຊາດ, ບ້ານ​ເກີດ​ເມືອງ​ນອນ“.

​ແລກ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 29/11, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jean Piere Archambault, ​ເລຂາທິການ​ໃຫຍ່ ສະມາຄົມ​ມິດຕະພາບ ຝລັ່ງ - ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ນຳ້​ໃຈ​ສາມັກຄີ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ຝລັ່ງ  ຕໍ່ໜ້າ​ຄວາມ​ເສຍ​ຫາຍ​ຈາກ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍທີ່​ເກີດ​ຂຶ້ນ​ຫວ່າງ​ແລ້ວ​ນີ້​ ຢູ່​ປາຣີ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ປາຖະໜາ​ ​ແລະ ​ເຊື່​ອ ໝັ້ນວ່າ ທ່ານ Jean Piere Archambault ນັບ​ມື້​ນັບມີ​ບົດບາດຕັ້ງໜ້າ​​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ຝລັ່ງ, ທັງ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ທີ່​ຊ່ວຍ​ໃຫ້​ເພື່ອນ​ມິດ​ຝລັ່ງ ​ແລະ ສາກົນ​ນັບ​ມື້​ນັບ​ຮັກ​​ແພງ​ຫວຽດນາມ​ກວ່າ.

ຂ່າວ/ບົດ​ອື່ນ