ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ:ສະໜອງໜັງສືອະນຸຍາດໃຫ້ວິສາຫະກິດບໍ່ເກີນ 2 ວັນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ:ສະໜອງໜັງສືອະນຸຍາດໃຫ້ວິສາຫະກິດບໍ່ເກີນ 2 ວັນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ)


(vovworld) – ​​ຕອນ​ເຊົ້າ​ວັນ​ທີ 10/09 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັນ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ສ້າງ​ຕັ້ງ, ຍຸບ​​ເລິກວິ​ສາ​ຫະກິດ ​ແລະ ການ​ເຄື່ອນ​ໄຫວ​ລົງທຶນ. ນີ​ແມ່ນ​ໜ້າ​ທີ່​ຮີບ​ດ​່ວນຕິດ​ພັນ​ກັບ​ການ​ຮັບປະກັນລັກສະນະ​ເປັນ​ເອກະ​ພາບ, ​​ເຊື່​ອມຕໍ່, ສ້າງ​ຄວາມ​ສະດວກ, ຄວາມ​ສາມາດ​ເປັນ​ໄປ​ໄດ້ ​ແລະ ຄົບ​ຊຸດ​ກັບ​ບັນດາ​ຂົງ​ເຂດ​ລະບຽບການ​ບໍລິຫານ​ອື່ນໆ ​ເພື່ອ​ສ້າງ​ບ້າ​ວກ້າ​ວ ບຸກທະ​ລຸ, ລົບ​ລ້າງ​ຮົ້ວ​ກີດ​ຂວາງ​​ໃນການ​ລົງທຶນ, ສ້າງ​ຄວາມ​ສະດວກ​​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ​ຂຶ້ນ​ກັບ​ທຸກ​ພາກສ່ວນ​ເສດຖະກິດ​ພັດທະນາ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ່ງ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ການ​ແກ່ງ​ແຍ່ງ​ແມ່ນ​ຈຳ​ເປັນ​ເພື່ອ​ຄົງ​ຕົວ ​ແລະ ພັດທະນາ. ຢາກ​ຄົງ​ຕົວ ​ແລະ ພັດທະນາ​ໄດ້ ຕ້ອງ​ຍົກ​ສູງ​ຄວາມ​ສາມາ​ດ​ແກ່ງ​ແຍ່ງ​ແຫ່ງ​ຊາດ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ​ເລື່ອງປັບປຸງລະບອບເສດຖະກິດ​ການ​ຕະຫຼາດ ​ໄດ້​ກຳນົດວ່າ​ແມ່ນ​ໜຶ່ງ​ໃນ 3 ຂອດ​ບຸດ​ທະລຸ​ຍຸດ​ທະ​ສາດ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວ, ໝັ້ນ​ຂົງ, ​ໃນ​ນັ້ນການ​ປະຕິ​ຮູບ​ດ້ານ​ລະບຽບ​ການ​ບໍລິຫານແມ່ນ​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ່ງ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ບົດ​ນພື້ນຖານ​ໄຈ້​ແຍກ​ເວລາ​ສະໜອງ​ໜັງສື​ອະນຸຍາດ​ໃຫ້​ວິ​ສາ​ຫະກິດ​​, ຄິດສະ​ເລ່ຍ​ໃນທົ່ວ​ປະ​ເທດ​ແມ່ນພາຍ​ໃນ​ເວລາ 4 ວັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ເປັນ​ເອກະ​ພາບ​ກ່ຽວ​ກັບເວລາ​ສະໜອງ​ໜັງສື​ອະນຸຍາດ​ໃຫ້​ວິ​ສາ​ຫະກິດ​ແມ່ນ​ບໍ່​ເກີນ 2 ວັນ​ໃນ​ປີ 2014. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ ທະວີຄູນ​ຮູບ​ແບບ​ປະຕູ​ດຽວ​ເຊື່ອມ​ຕໍ່ ຕິດພັນ​ກັບ​ການ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຄຸ້ມ​ຄອງ​ລັດ ​ໃນ​ການ​ຮັບ​ເອົາ​ສຳ​ເນົາ​ເອກະສານ ​ແລະ ​ແກ້​ໄຂ​ລະບຽບ​ການ​ສ້າງ​ຕັ້ງ, ປ່ຽນ​ແປງ​ເນື້ອ​ໃນ​ຈົດ​ທະບຽນ​ສ້າງ​ຕັ້ງວິ​ສາ​ຫະກິດ, ຍຸບ​​ເລິກວິ​ສາ​ຫະກິດ; ພ້ອມ​ທັງ​ຄົ້ນຄວ້ມລັກສະນະ​ເປັນ​ໄປ​​ຂອງ​ລາຍ​ເຊັນ​ເອ​ເລກ​ໂຕ​ນິກ ​ແລະ ວິທີ​ຄວັດ​ກາ​ຈ້ຳ​ສະດວກ​ທີ່​ສຸດ​ໃຫ້​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ