ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງເຮັດວຽກ ຢູ່ແຂວງ ຟູທໍ້ ແລະ ຮ່ານາມ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງເຮັດວຽກ ຢູ່ແຂວງ ຟູທໍ້ ແລະ ຮ່ານາມ - ảnh 1

ທ່ານ​ຫງວຽນ​ເຕິ​ນຢຸງ​ເຮັດ​ວຽກຢູ່​ແຂວງ​ຮ່າ​ນາມ

(ພາບ:nguyentandung.org)

(vovworld)-  ​ແຂວງ​ຟູ​ທໍ້ ​ແລະ ຮ່າ​ນາມ ຕ້ອງ​ນຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ຕິດ​ພັນ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໄວວາ, ພ້ອມ​ທັງ​ຕ້ອງ​ຂຸ​ດຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ​ເພື່ອ​ພັດທະນາ​ຂະ​ແໜງ​ບໍລິການ, ການທ່ອງທ່ຽວ ​ແລະ ການ​ດຶງ​ດູດ​ການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ, ​ໃຊ້​ພະລັງ​ງານ​ໜ້ອຍ, ສະໜິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ຄຳ​ເຈາະ​ຈີ້​ມຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ທີ່​ການ​ເຮັດ​ວຽກ​ກັບການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຟູ​ທໍ້ ​ແລະ ຮ່າ​ນາມ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ ສັງຄົມ​ຂອງ​ທ້ອງ​ຖິ່ນ. ສຳລັບ​ແຂວງ​ຟູ​ທໍ້, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຖື​ວ່າ ຟູ​ທໍ້​ ຄວນ​ສຸມ​ໃສ່​ປະຕິບັດ​​ແຜນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2013 ​ໃຫ້​ບັນ​ລຸ​ໝາກຜົນ​ສູງ​ສຸດ, ​ໃນ​ນັ້ນຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ກະສິກຳ ຕິດ​ພັນ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຕຳ​ຫຼາດ​ຈຳໜ່າຍ​ເພື່ອ​ແນ​ໃສ່​ກໍ່​ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ໃຫ້​ແຂວງ​ຟູ​ທໍ້​ ຈົ່ງ​ເສີມ​ຂະ​ຫຍາ​ຍຄຸນຄ່າ​ມໍ​ລະ​ດົກ​ຂັບ​ຊວານ​ຟູ​ທໍ້ ​ແລະ ການ​ເຫຼື້ອມ​ໄສ​ບູຊາ​ເຈົ້າຊີວິດ​ຮຸ່ງ ​ເພື່ອ​ສ້າງ​ທ່າ​ໄດ້​ປຽບ​ພັດທະນາ​ການທ່ອງທ່ຽວ.

   ສຳລັບ​ແຂວງ​ຮ່າ​ນາມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ແຂວງຮ່າ​ນາມ ຕ້ອງ​​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢ່າງຂ້ຽວຂາດ​ກ່ວາ​ອີກ, ​ໂດຍຕິດພັນກັບການ​ຫັນປ່ຽນ​ໂຄງ​ປະກອບ​ກະສິກຳ, ສ້າງ​ທົ່ງ​ນາ​ແບບກ້ວາງໃຫ່ຍ, ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຍັງ​ຕັກ​ເຕືອນ​ວ່າ: ​ແຂວງ​ຮ່າ​ນາມ ຕ້ອງ​ສືບ​ຕໍ່​ປະຕິບັດຢ່າງ​ຂ້ຽວຂາດ, ຄົບ​ຊຸດບັນດາ​ມາດ​ຕະການ​ຮັບປະກັນ​ຊີວິດ​ສັງຄົມ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ; ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່ຊາວ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ